Homeຂ່າວພາຍ​ໃນກະຊວງການເງິນແນະນໍາການສ້າງແຜນໄລຍະກາງງົບປະມານປີ 2024

ກະຊວງການເງິນແນະນໍາການສ້າງແຜນໄລຍະກາງງົບປະມານປີ 2024

Published on

ໃນວັນທີ 8 ສິງຫາ 2023 ທີ່ສະຖາບັນການເງິນ-ການບັນຊີ, ກົມງົບປະມານແຫ່ງລັດ ກະຊວງການເງິນໄດ້ຈັດກອງປະຊຸມແນະນໍາການນໍາໃຊ້ ຊຸດຕາຕະລາງສ້າງແຜນໄລຍະກາງ, ສໍາລັບກະຊວງ-ອົງການຂັ້ນສູນກາງ ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຄະນະກົມ, ຄະນະພະແນກ, ພ້ອມດ້ວຍວິຊາການຂອງບັນດາກະຊວງ-ອົງການ, ພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດ ແລະ ຊ່ຽວຊານຈາກທະນາຄານພັດທະນາອາຊີ ແລະ ທະນາຄານໂລກເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2218/ກງ, ລົງວັນທີ 24 ກໍລະກົດ 2023 ໃນການອະນຸມັດໃຫ້ນໍາໃຊ້ຊຸດຕາຕະລາງສ້າງແຜນໄລຍະກາງ ແລະ ໃຫ້ກົມງົບປະມານແຫ່ງລັດ ເປີດກອງປະຊຸມແນະນໍາການນໍາໃຊ້ຊຸດຕາຕະລາງສ້າງແຜນ, ສໍາລັບກະຊວງ-ອົງການ ຂັ້ນສູນກາງ ເພື່ອເປັນການຍົກລະດັບການສ້າງແຜນລະອຽດແຕ່ຫົວທີ ໃຫ້ມີຄວາມຊັດເຈນ, ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ວຽກງານຈຸດສຸມຂອງຂະແໜງການຕາມກົດໝາຍ ວ່າດ້ວຍງົບປະມານ ແລະ ຄໍາແນະນໍາການສ້າງແຜນງົບປະມານ.

ໃນກອງປະຊຸມດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ໄດ້ມີຄໍາເຫັນວ່າ: ການແນະນໍາໃນຄັ້ງນີ້, ໄດ້ພ້ອມກັນລົງເລິກຄົ້ນຄວ້າຮຽນຮູ້ການນໍາໃຊ້ຊຸດຕາຕະລາງສ້າງແຜນຂອບໄລຍະກາງ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເປັນການລົງເລິກເປັນອັນລະອຽດ ໃຫ້ເຫັນໄດ້ບັນດາວຽກຈຸດສຸມ, ແຜນວຽກ, ແຜນງານ, ກິດຈະກໍາຕ່າງໆທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ເພື່ອເປັນການຍົກລະດັບການສ້າງແຜນໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບນະໂຍບາຍການປະຢັດ ແລະ ຕ້ານການຟຸມເຟືອຍກັບບັນດານິຕິກໍາທີ່ມີ, ພ້ອມກັນຄົ້ນຄວ້າລົງເລິກ ສຶກສາໃນການນໍາໃຊ້ຕາຕະລາງດັ່ງກ່າວ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ນໍາໃຊ້ຢ່າງຖືກຕ້ອງຕາມວິທີການ ແລະ ລະບຽບຫຼັກການທີ່ໄດ້ກໍານົດໄວ້.

ສຳລັບການຄົ້ນຄ້ວາສ້າງແຜນໄລຍະກາງ ແມ່ນບົນພື້ນຖານ ການຄົ້ນຄ້ວາດ້ານວິຊາການພາຍໃນກົມ ສົມທົບກັບຊ່ຽວຊານທະນາຄານໂລກ ໃນການນໍາເອົາບາງບົດຮຽນຂອງສາກົນ ເຂົ້າມາມີສ່ວນຮ່ວມ ໃນການສ້າງແຜນໃຫ້ລະອຽດແຕ່ຫົວທີ ເຊິ່ງຄາດວ່າຈະເຮັດໃຫ້ການສ້າງແຜນງົບປະມານແຫ່ງລັດນັບມື້ນັບດີຂື້ນ ແລະ ສາມາດຕອບສະໜອງຂໍ້ມູນທີ່ຈໍາເປັນ ໃນການສະເໜີແຜນງົບປະມານ ໃຫ້ມີຄວາມລະອຽດ ຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ ເຊິ່ງຜົນຂອງການສ້າງແຜນລະອຽດແຕ່ຫົວທີ ຈະເຮັດໃຫ້ການປະຕິບັດງົບປະມານມີຄວາມຄ່ອງຕົວ, ທັງເປັນການມອບຄວາມຮັບຜິດຊອບໃຫ້ກະຊວງ-ອົງການຫຼາຍຂຶ້ນ ໃນການຄຸ້ມຄອງງົບປະມານ ແລະ ກົມງົບປະມານແຫ່ງລັດຈະໄດ້ເລີ່ມຫັນໄປສູ່ການຫຼຸດຜ່ອນການອະນຸມັດ ແລະ ລົງເລິກໃສ່ວຽກງານກວດກາຫຼັງຈ່າຍ ຕາມວິໄສທັດ ແລະ ພາລະບົດບາດຂອງກົມງົບປະມານແຫ່ງລັດຢ່າງເຂັ້ມງວດ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...

ແຂວງຈຳປາສັກ ຈະແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫຼຸດໜ້ອຍຖອຍລົງ

ວັນທີ 30 ກັນຍາ 2026,ທີ່ຫ້ອງວ່າການ ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.ໂດຍເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ,ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງ,ຂະແໜງກໍ່ສ້າງຮາກຖານການເມືອງ,ຫ້ອງວ່າການແຂວງ,ຂະແໜງພັດທະນາຊົນນະບົດ...

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...