Homeຂ່າວຕ່າງປະເທດນາຍົກຄົນໃໝ່ກຳປູເຈຍ

ນາຍົກຄົນໃໝ່ກຳປູເຈຍ

Published on

ກຳປູເຈຍແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່ ຢ່າງເປັນທາງການ!

ຈາກການເລືອກໃນເດືອນກໍລະກົດທີ່ຜ່ານມາ, ທ່ານ ສົມເດັດຮຸນ ເຊນ ອາດີດນາຍົກລັດຖະມົນຕີກຳປູເຈຍ ເປັນຝ່າຍຊະນະການເລືອກຕັ້ງດ້ວຍຄະແນນ ນສຽງ 82%. ເວລາຕໍ່ມາ, ທ່ານໄດ້ປະກາດລາອອກ ບໍ່ໄດ້ດຳລົງຕຳແໜ່ງໃນລັດຖະບານຊຸດຕໍ່ໄປ ແລະ ໃຫ້ ຮຸນ ມາເນດ ທີ່ເປັນລູກຊາຍ ຮັບຕຳແໜ່ງ ນາຍົກລັດຖະມົນຕີຄົນປັດຈຸບັນແທນ.

ເຊິ່ງເຮັດໃຫ້ໃນວັນທີ 7 ສິງຫາ 2023, ສົມເດັດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ແຕ່ງຕັ້ງ ພົນເອກ ຮຸນ ມາເນດ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່ຢ່າງເປັນທາງການ.

ທັ້ງນີ້ ທ່ານ ຮຸນ ເຊນ ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີກຳປູເຈຍ ຕັ້ງແຕ່ປີ 1998 ເຊິ່ງເປັນລັດຖະບານທີ່ດຳລົງຕຳແໜ່ງດົນທີ່ສຸດໃນກຳປູເຈຍ ແລະ ເປັນໜຶ່ງໃນຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນໂລກ.

ແຫຼ່ງຂ່າວ: VOA

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...