spot_img
Homeຂ່າວຕ່າງປະເທດອິນຟູເອນເຊີສາວຈາກຣັດເຊຍເສຍຊີວິດຈາກການກິນແຕ່ໝາກໄມ້-ຜັກດິບ

ອິນຟູເອນເຊີສາວຈາກຣັດເຊຍເສຍຊີວິດຈາກການກິນແຕ່ໝາກໄມ້-ຜັກດິບ

Published on

ອິນຟູເອນເຊີສາວຈາກຣັດເຊຍ ເສຍຊີວິດຈາກການຂາດສານອາຫານ ເນື່ອງຈາກກິນແຕ່ໝາກໄມ້ ຜັກດິບ ແລະ ບໍ່ດື່ມນ້ຳເປັນເວລາຫຼາຍປີ.

ອິນຟູເອນເຊີສາວ ຊື່ ຊານນາ (Zhanna Samsonova) ເຊິ່ງເປັນຜູ້ມີສື່ສຽງໃນສັງຄົມອອນລາຍ ໄດ້ເສຍຊີວິດໃນປະເທດມາເລເຊຍ ໃນວັນທີ 21 ກໍລະກົດ 2023 ຫຼັງຈາກໝູ່ ແລະ ຄອບຄົວຂອງລາວຂໍຮ້ອງໃຫ້ລາວໄປຫາໝໍ.

ເຊິ່ງຜູ້ເປັນແມ່ຂອງ ຊານນາ ໄດ້ບອກກັບສື່ຂອງຣັດເຊຍວ່າ: ລູກສາວ ມີອາຍຸ 39 ປີ ຕິດເຊື້ອພະຍາດທີ່ເຮັດໃຫ້ມີອາການຄ້າຍຄືຜູ້ປ່ວຍໂຣກອະຫິວາ ແລະ ລູກສາວກຳລັງຈະຕາຍ ແຕ່ກໍບໍ່ສາມາດຊ່ວຍຫຍັງລູກສາວໄດ້ ເຊິ່ງຕົນກໍຂໍຮ້ອງໃຫ້ລູກສາວກັບບ້ານທີ່ມົດສະກູ.

ນອກຈາກການກິນຜັກ ແລະ ໝາກໄມ້ດິບໆແລ້ວ ຍັງໄດ້ກິນຖົ່ວລຽນ ແລະ ໝາກມີ້, ຊານນາ ຍັງໄດ້ລະບຸວ່າ ລາວບໍ່ໄດ້ດື່ມນ້ຳມາ 6 ປີແລ້ວ ເພາະລາວບໍ່ຕ້ອງການມັນ ແລະ ນີ້ເປັນເລື່ອງປົກກະຕິຂອງຄົນທີ່ດື່ມນ້ຳໝາກໄມ້.

Zhanna Samsonova died in Malaysia. Pic: Instagram/Zhanna D'art

ທາງດ້ານຜູ້ຊ່ຽວຊານກ່າວວ່າ ນ້ຳເປັນສິ່ງຈຳເປັນໃນການເຮັດໃຫ້ຮ່າງກາຍຂອງເຮົາເຮັດວຽກໄດ້ຢ່າງຖືກຕ້ອງ ແລະ ລະບົບສ່ວນຫຼາຍຂອງຮ່າງກາຍເຮົາກໍຕ້ອງການນ້ຳເພື່ອຢູ່ລອດ.

ການກິນອາຫານທີ່ຫຼາກຫຼາຍ ແລະ ເໝາະສົມ ເປັນສິ່ງຈຳເປັນສຳລັບການເຮັດວຽກທີ່ດີຂອງສຸຂະພາບ ເຖິງວ່າຈະເປັນໄປໄດ້ທີ່ເຮົາຈະໄດ້ຮັບອາຫານຄົບໝູ່ຈາກການບໍ່ກິນຊີ້ນ ແຕ່ຜູ້ຊ່ຽວຊານໄດ້ພິສູດແລ້ວວ່າການກິນມັງສະວີລັດແບບດິບ (ໝາຍເຖິງການບໍ່ກິນຊີ້ນ) ມັນບໍ່ດີຕໍ່ສຸຂະພາບ.

ແຫຼ່ງຂ່າວ Sky News

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...