spot_img
Homeຂ່າວພາຍ​ໃນປີ 2023 ບໍ່ຄໍາ-ທອງ ເຊໂປນ ຈະຜະລິດຄຳໃຫ້ໄດ້ຫຼາຍກວ່າ 6 ໂຕນ ແລະ ທອງ ໃຫ້ໄດ້ 7 ພັນໂຕນ

ປີ 2023 ບໍ່ຄໍາ-ທອງ ເຊໂປນ ຈະຜະລິດຄຳໃຫ້ໄດ້ຫຼາຍກວ່າ 6 ໂຕນ ແລະ ທອງ ໃຫ້ໄດ້ 7 ພັນໂຕນ

Published on

ໃນປີ 2023 ບໍລິສັດລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ວາງຄາດໝາຍ ຈະຜະລິດຄຳໃຫ້ໄດ້ຫຼາຍກວ່າ 6 ໂຕນ ແລະ ທອງ ໃຫ້ໄດ້ 7 ພັນໂຕນ, ໃນຂະນະທີ່ ປີ 2022 ຜ່ານມາ ສາມາດຜະລິດຄຳ ໄດ້ຫຼາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ເຊິ່ງໄດ້ປະກອບສ່ວນສະໜັບສະໜູນ ລາຍຮັບຈາກການສົ່ງອອກ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.

ຕາມຂໍ້ມູນຈາກໜັງສືຂ່າວຂອງ ບໍລິສັດ LXML ໃຫ້ຮູ້ວ່າ: ໃນປີ 2022 ບໍລິສັດ LXML ໄດ້ເປີດບໍ່ແຮ່ໃຕ້ດິນ ທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ ບໍ່ຄຳ-ທອງ ເຊໂປນ ເຊິ່ງໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການ ບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033. ພ້ອມກັນນີ້, ບໍລິສັດ LXML ຍັງໄດ້ສະໜອງທຶນ 5 ລ້ານໂດລາ ໃຫ້ແຂວງສະຫວັນນະເຂດ ເພື່ອຍົກລະດັບສະພາບເສັ້ນທາງຫຼວງ 28A ຍາວ 41,56 ກມ ຈາກນາບໍ່ເຖິງເມືອງວິລະບູລີ. ທັງນີ້, ເພື່ອສະໜອງການເຂົ້າເຖິງຕະຫຼາດ ທີ່ດີກວ່າສຳລັບປະຊາ ຊົນກວ່າ 40.000 ຄົນ, ເສັ້ນທາງ 28A ເປັນເສັ້ນທາງສໍາຄັນທີ່ເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມຈອດ ສປປ ລາວ ກັບ ສສ ຫວຽດນາມ ແລະ ໄທ. ພ້ອມນັ້ນ, ບໍລິສັດ ໄດ້ລົງທຶນປະມານ 34 ລ້ານໂດລາສະຫະລັດ ໃສ່ໂຄງລ່າງພື້ນຖານ ເພື່ອຂະຫຍາຍຕາຂ່າຍໄຟຟ້າ ຈາກເມືອງທ່າແຂກ ເຖິງເມືອງມະຫາໄຊ ໂດຍການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ຂະຫຍາຍໂອກາດດ້ານເສດຖະກິດ ໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ.

ນັບແຕ່ເລີ່ມດຳເນີນງານໃນປີ 2003, ບໍລິສັດ LXML ໄດ້ປະກອບສ່ວນຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ທີ່ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນີ້, ກໍໄດ້ປະກອບສ່ວນ ຫຼາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃນການສ້າງວຽກເຮັດງານທຳ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ.

ຂໍ້ມູນຈາກ ບໍລິສັດ LXML

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...