spot_img
Homeຂ່າວຢາເສບຕິດກັກຕົວຜູ້ຕ້ອງຫາ ພ້ອມຂອງການຢາເສບຕິດລວມ 327 ກິໂລກຣາມ

ກັກຕົວຜູ້ຕ້ອງຫາ ພ້ອມຂອງການຢາເສບຕິດລວມ 327 ກິໂລກຣາມ

Published on

ໃນຄັ້ງວັນທີ 30/07/2023 ເວລາປະມານ 09 ໂມງ 00 ນາທີ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສົມທົບກັບ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ລົງແກ້ໄຂມ້າງຄະດີຢາເສບຕິດຢູ່ບ້ານຮົ່ມເຢັນ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຜ່ານການມ້າງຄະດີຕົວຈິງສາມາດກັກຕົວຜູ້ຕ້ອງຫາໄດ້ ຈໍານວນ 01 ຄົນ ຊື່ ທ້າວ ນົງ ສຸລິສັກ, ອາຍຸ 28 ປີ, ປັດຈຸບັນຢູ່ບ້ານມອມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

ຢຶດເຄື່ອງຂອງກາງຢາເສບຕິດປະເພດຕ່າງໄດ້ຈຳນວນ 14 ເປົ່າ ລວມມີ:
1. ຢາເຄຕາມິນ ຈໍານວນ 123 ຫໍ່, ເທົ່າກັບ 123 ກິໂລກຣາມ.
2. ຢາເຮໂລອິນ ຈໍານວນ 537 ແທ່ງ, ເທົ່າກັບ 204 ກິໂລກຣາມ.
3. ລົດກະບະ ຢີຫໍ້ ຟອດເຣນເຈີ ສີຂາວ ຈໍານວນ 01 ຄັນ, ປ້າຍທະບຽນ ກມ 1682 ກຳແພງນະຄອນ.
4. ໂທລະສັບ ຈຳນວນ 02 ໜ່ວຍ ແລະ ໃບຂັບຂີ່ 01 ໃບ.
ປະຈຸບັນ ຄະດີດັ່ງກ່າວ ທາງເຈົ້າໜ້າທີ່ຂອງພວກເຮົາພວມດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງ-ພັກພວກລາຍນີ້ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...