spot_img
Homeຂ່າວພາຍ​ໃນສະພາບລາຄາສິນຄ້າ ແລະ ບໍລິການເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3%

ສະພາບລາຄາສິນຄ້າ ແລະ ບໍລິການເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3%

Published on

ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3% ລາຍລະອຽດຄືດັ່ງລຸ່ມນີ້:

  • ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶ້ນ 1,5% ໃນນີ້ ລາຄາເຂົ້າສານ ເພີ່ມຂຶ້ນ 3,2%, ຊີ້ນ ເພີ່ມຂຶ້ນ 0,5% ໃນນັ້ນຊີ້ນຫມູ ເພີ່ມຂຶ້ນ 0,2%, ຊີ້ນງົວ ແລະ ຄວາຍ ເພີ່ມຂຶ້ນ 0,1%, ສັດປີກ ເພີ່ມຂຶ້ນ 2,0%, ປາ ແລະ ອາຫານທະເລ ເພີ່ມຂຶ້ນ 0,5%, ໝາກໄມ້ສົດ ເພີ່ມຂຶ້ນ 6,1%, ເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ 2,2%, ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 3,1%. ພ້ອມດຽວກັນນັ້ນ, ຜັກສົດ ແມ່ນມີທ່າອ່ຽງຫຼຸດລົງ -1,7%.
  • ໝວດເຫຼົ້າ ແລະ ຢາສູບ: ເພີ່ມຂຶ້ນ 1,9% ໃນນີ້ ລາຄາເຫຼົ້າເພີ່ມຂຶ້ນ 1,5%, ເບຍ ເພີ່ມຂຶ້ນ 1,0% ແລະ ຢາສູບ ເພີ່ມຂຶ້ນ 3,7%.
  • ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 3,3% ໃນນີ້ ລາຄາເຄື່ອງນຸ່ງຊາຍ ເພີ່ມຂຶ້ນ 1,8%, ເຄື່ອງນຸ່ງຍິງ ເພີ່ມຂຶ້ນ 4,9%, ເຄື່ອງນຸ່ງເດັກນ້ອຍ ເພີ່ມຂຶ້ນ 3,0% ແລະ ເກີບ ເພີ່ມຂຶ້ນ 0,7%.
  • ໝວດເຄື່ອງໃຊ້ໃນເຮືອນ: ເພີ່ມຂຶ້ນ 1,8% ໃນນີ້ ລາຄາ ເຄື່ອງຕົບແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 1,4%, ເຄື່ອງໃຊ້ສ່ວນຕົວ ແລະ ເຄື່ອງນອນ ເພີ່ມຂຶ້ນ 2,8%, ເຄື່ອງໃຊ້ຄົວເຮືອນ ເພີ່ມຂຶ້ນ 1,2%, ເຄື່ອງໃຊ້ໃນ ເຮືອນປະຈໍາວັນ ເພີ່ມຂຶ້ນ 1,9%, ອຸປະກອນປະດັບເຮືອນ ເພີ່ມຂຶ້ນ 2,9%.
  • ໝວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶ້ນ 5,0% ໃນນີ້ ລາຄາຢາ ເພີ່ມຂຶ້ນ 5,7%, ການບໍລິການຄົນເຈັບ ພາຍນອກ ເພີ່ມຂຶ້ນ 2,3%, ການບໍລິການຈາກໂຮງຫມໍ ເພີ່ມຂຶ້ນ 0,8%.
  • ໝວດຄົມມະນາຄົມ ແລະ ຂົນສົ່ງ: ເພີ່ມຂຶ້ນ 4,2% ໃນນີ້ ປະເພດລົດໃຫຍ່ ເພີ່ມຂຶ້ນ 3,9%, ລົດຈັກ ເພີ່ມຂຶ້ນ 2,6%, ລົດຖີບເພີ່ມຂຶ້ນ 1,0%, ອຸປະກອນການຂົນສົ່ງ ເພີ່ມຂຶ້ນ 3,2% ໃນນັ້ນ, ເຄື່ອງອາໄຫຼ ແລະ ການ ສ້ອມແປງ ເພີ່ມຂຶ້ນ 0,6%, ນ້ຳມັນເຊື່ອໄຟ ເພີ່ມຂຶ້ນ 5,3% ແລະ ການບໍລິການຂົນສົ່ງ ເພີ່ມຂຶ້ນ 11,9%.
  • ໝວດການບັນເທີງ ແລະ ການພັກຜ່ອນ: ເພີ່ມຂຶ້ນ 2,0% ໃນນີ້ ເຄື່ອງບັນເທີງ ເພີ່ມຂຶ້ນ 1,0% ເຊັ່ນ: ໂທລະທັດ, ຄອມພີວເຕີ, ເຄື່ອງຫຼີ້ນເພັງ ແລະ ວີດີໂອ; ປະເພດປື້ມ ແລະ ເຄື່ອງຂຽນ ເພີ່ມຂຶ້ນ 2,8%, ການບໍລິການທ່ອງທ່ຽວ ເພີ່ມຂຶ້ນ 1,3%.
  • ໝວດຮ້ານອາຫານ ແລະ ໂຮງແຮມ: ເພີ່ມຂຶ້ນ 4,0% ໃນນີ້ ລາຄາອາຫານ ແລະ ເຄື່ອງດື່ມໃນຮ້ານອາຫານ ເພີ່ມຂຶ້ນ 4,6% ເຊັ່ນ: ເຂົ້າຜັດ, ເຝີ, ເຂົ້າປຽກ, ເບຍ, ວາຍ ແລະ ວິສກີ, ປະເພດເຮືອນພັກ ແລະ ໂຮງແຮມ ເພີ່ມຂຶ້ນ 0,3%.
  • ໝວດສິນຄ້າ ແລະ ບໍລິການອື່ນໆ: ເພີ່ມຂຶ້ນ 1,6% ໃນນີ້ ລາຄາເຄື່ອງໃຊ້ປະຈໍາວັນ ເພີ່ມຂຶ້ນ 1,3%, ປະເພດວັດຖຸມີຄ່າ ແລະ ເຄື່ອງປະດັບ ເພີ່ມຂຶ້ນ 2,2% ໃນນີ້ ຄໍາສໍາເລັດຮູບ ເພີ່ມຂຶ້ນ 2,1%.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...