spot_img
Homeຂ່າວຕ່າງປະເທດໄຟໄໝ້ເຮືອຂົນສົ່ງລົດ 3,000 ຄັນ

ໄຟໄໝ້ເຮືອຂົນສົ່ງລົດ 3,000 ຄັນ

Published on

ເກີດເຫດໄຟໄໝ້ເທິງເຮືອບັນທຸກລົດ ບໍລິເວນນອກແຄມຝັ່ງປະເທດເນເທີແລນ ເຊິ່ງເຮືອດັ່ງກ່າວບັນທຸກລົດເກືອບ 3,000 ຄັນ ເຮັດໃຫ້ເສຍຫາຍ ພ້ອມມີຜູ້ບາດເຈັບຈຳນວນຫຼາຍ ແລະ ຍັງມີຜູ້ເສຍຊີວິດ 1 ຄົນ ໃນເຫດການນີ້.

ພະນັກງານເທິງເຮືອໄດ້ເອົາໂຕຫຼອດໂດຍການໂດດລົງນໍ້າ ຫຼັງຈາກເກີດໄຟໄໝ້ ໃນຕອນກາງຄືນຂອງວັນອັງຄານ ທີ່ຜ່ານມາ, ເທິງເຮືອຂົນສົ່ງຟຣີແມນເທີ ໄຮເວ ຂະໜາດ 199 ແມັດ ທີ່ຈົດທະບຽນໃນປະເທດປານາມາ ໃນຂະນະທີ່ເດີນທາງຈາກອີຢີບເພື່ອໄປເຢຍລະມັນ.

ເຮືອກູ້ໄພໄດ້ເຂົ້າໄປສີດນໍ້າພໍປະມານເພື່ອໃຫ້ເຮືອເກີດເຫດເຢັນລົງ ຖ້າຫາກສີດນໍ້າຫຼາຍເກີນໄປ ຈະເຮັດໃຫ້ເຮືອຈົ່ມໄດ້ ດັ່ງນັ້ນ ຈິ່ງໄດ້ມັດເຮືອໄວ້ກັບເຮືອກູ້ໄພ, ເນື່ອງຈາກຍັງສາມາດມອດໄຟໄດ້ ເຮັດໃຫ້ໄຟຍັງຈະໄໝ້ ພ້ອມສົ່ງຄວັນໄຟກະຈາຍອອກໄປອີກຫຼາຍມື້. ທັງນີ້, ເຈົ້າໜ້າທີ່ໄດ້ຕິດຕໍ່ຫາຄອບຄົວຜູ້ບາດເຈັບ ແລະ ຜູ້ເສຍຊີວິດຮຽບຮ້ອຍແລ້ວ.

ປັດຈຸບັນ, ຍັງບໍ່ຮູ້ສາເຫດຂອງເຫດໄຟໄໝ້ເຮືອໃນຄັ້ງນີ້ ແຕ່ກ່ອນໜ້າທີ່ເຈົ້າໜ້າທີ່ລາດຕະເວນແຄມຝັ່ງໄດ້ແຈ້ງວ່າ ຕົ້ນເພີງມາຈາກບໍລິເວນໃກ້ກັບລົດໄຟຟ້າທີ່ຂົນສົ່ງມາ ເຊິ່ງເຮືອມີລົດໄຟຟ້າ 25 ຄັນ, ຈາກ 2,867 ຄັນ ທັງໝົດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...