spot_img
Homeຂ່າວພາຍ​ໃນບໍ່ແກ້ວ-ຊຽງຮາຍ ແກ້ໄຂບັນຫາຢາເສບຕິດຮ່ວມກັນຕາມຊາຍແດນ

ບໍ່ແກ້ວ-ຊຽງຮາຍ ແກ້ໄຂບັນຫາຢາເສບຕິດຮ່ວມກັນຕາມຊາຍແດນ

Published on

ໃນວັນທີ 20 ກໍລະກົດ 2023 ໄດ້ຈັດກອງປະຊຸມແລກປ່ຽນສະພາບ ແລະ ແກ້ໄຂບັນຫາຢາເສບຕິດ, ຕາມຊາຍແດນ ລາວ-ໄທ ລະຫວ່າງບໍ່ແກ້ວ-ຊຽງຮາຍ ໄດ້ຈັດຂຶ້ນທີ່ ອາເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ ໂດຍການເປັນປະທານຮ່ວມຝ່າຍລາວ ມີ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ຝ່າຍໄທນຳໂດຍສະຫາຍ ພົນຕີ ສຸພາເລິກ ສະຖາພອນຜົນ ຜູ້ບັນຊາການກອງກຳລັງຜາເມືອງ ຫົວໜ້າຄະນະຊຸດປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ, ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 5 คน และ ข้อความ

ກອງປະຊຸມໄດ້ຮັບຟັງການລາຍງານ ຈາກຄະນະທັງສອງຝ່າຍໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງແຂວງບໍ່ແກ້ວ, ກັບ ກອງກຳລັງຜາເມືອງ ຮາຊາອານາຈັກໄທ, ເຊິ່ງໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືເປັນປະຈຳ ແລະ ໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸມຜູ້ກະທຳຜິດຄ້າຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ.

อาจเป็นรูปภาพของ 2 คน และ เรือ

ໃນຕອນທ້າຍ ຄະນະຜູ້ແທນກອງປະຊຸມລາວ ແລະ ໄທ, ກໍໄດ້ກ່າວສະແດງ ຄວາມຂອບໃຈເຊິ່ງກັນ ແລະ ກັນ ທີ່ເຮັດໃຫ້ການຮ່ວມມືກັນທັງ ສອງຝ່າຍໄດ້ມີການປຶກສາຫາລືວຽກເປັນເອກະພາບກັນມີຫຼາຍເນື້ອໃນ, ຫຼາຍບັນຫາທີ່ສຳຄັນ, ອັນເປັນການປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ ຕາມຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມຄືບໜ້າດີຂຶ້ນ, ມີຄວາມສອດຄ່ອງກັນກ້າວໄປສູ່ການຮ່ວມມືໃນ ການແກ້ໄຂບັນຫາຕາມຊາຍແດນລາວ-ໄທ ໃຫມີປະສິດທິພາບ.

ໂອກາດນີ້ ຄະນະຜູ້ແທນກອງປະຊຸມລາວ-ໄທ ໄດ້ເຂົ້າຮ່ວມຮັບຊົມການສະແດງການລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ຄັ້ງທີ II ຮ່ວມກັນຕື່ມອີກ.

ແຫຼ່ງຂ່າວ ໜັງສືພິມບໍ່ແກ້ວ Bokeo Newspaper

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...