spot_img
Homeຂ່າວພາຍ​ໃນເຄິ່ງປີ ແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 308 ຕື້ກວ່າກີບ

ເຄິ່ງປີ ແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 308 ຕື້ກວ່າກີບ

Published on

ວັນທີ 17 ກໍລະກົດ 2023 ພະແນກການເງິນ ແຂວງ ອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຊຸກຍູ້ລາຍລາຍຮັບ, ເກັບກູ້ໜີ້ສິນ ແລະ ເກັບກໍາຂໍ້ມູນ, ສໍາຫຼວດຖານລາຍຮັບຖານລາຍຮັບໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023, ໂດຍໃຫ້ກຽດເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂົ້າຮ່ວມ.

ໂດຍທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະ 6 ເດືອນຜ່ານມາຄະນະຊຸກການຈັດເກັບລາຍຮັບເຂົ້າງົບປະມານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊຸກຍູ້ເລັ່ງທວງເກັບກູ້ໜີ້ສິນ ທີ່ຍັງຄ້າງນໍາຫົວໜ່ວຍຜູ້ປະກອບການ, ບໍລິສັດ ແລະ ບັນດາໂຄງການລົງທືນຕ່າງໆ ພ້ອມທັງເກັບກໍາຂໍ້ມູນ, ສໍາຫຼວດຖານລາຍຮັບຖານລາຍຮັບທີ່ເກີດຂື້ນໃໝ່, ສັງລວມແລ້ວຜ່ານການຈັດຕັ້ງປະຕິບັດກົນໄກເກັບລາຍຮັບ ຕິດພັນກັບການຫັນເປັນທັນສະໄໝ ເຫັນວ່າເພີ່ມຂື້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສະແດງອອກໃນ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 308 ຕື້ກວ່າກີບ ເທົ່າກັບ 55,95% ຂອງແຜນການປີ, ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 237%, ອັນທີ່ພົ້ນເດັ່ນລາຍຮັບຂອງແຂວງ ປະຕິບັດໄດ້ທັງໝົດ 269 ຕື້ກວ່າກີບເທົ່າກັບ 58,46% ຂອງເເຜນການປີ ແລະ ມາຮອດວັນທີ 12 ກໍລະກົດ 2023 ປະຕິບັດລາຍຮັບໄດ້ເພີ່ມຂື້ນເປັນ 333 ຕື້ກວ່າກີບ ຫຼື ເທົ່າກັບ 72,20% ຂອງແຜນການປີ, ໃນນີ້ ລາຍຮັບພູດສູນກາງ ມີ 38 ຕື້ກວ່າກີບ ເທົ່າກັບ 42,96% ຂອງແຜນການປີ, ເຊິ່ງພາສີປະຈໍາແຂວງ ປະຕິບັດໄດ້ 5 ຕື້ກວ່າກີບເທົ່າກັບ 119,07% ຂອງແຜນການປີ, ດ່ານພາສີສາກົນພູເກືອ ປະຕິບັດໄດ້ 32 ຕື້ກວ່າກີບ ເທົ່າກັບ 39,75% ຂອງແຜນການປີ, ສ່ວນລາຍຮັບທ້ອງຖີ່ນ ປະຕິບັດໄດ້ 269 ຕື້ກວ່າກີບ ເທົ່າກັບ 58,46% ຂອແຜນການປີ, ເຊິ່ງມີລາຍຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 148 ຕື້ກວ່າກີບ ເທົ່າກັບ 62,22% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ ປະຕິບັດໄດ້ 121 ຕື້ກວ່າກີບ, ເທົ່າກັບ 52,66% ຂອງແຜນການປີ, ລາຍຮັບງົບປະມານ 5 ຕົວເມືອງ ປະຕິບັດໄດ້ 39 ຕື້ກວ່າກີບ ເທົ່າກັບ 48,87% ຂອງແຜນການປີ ແລະ ເຄື່ອນຍ້າຍໃຫ້ສູນກາງ ມີ 61 ຕື້ກວ່າກີບ ເທົ່າກັບ 24,33%ຂອງແຜນການປີ, ນອກນີ້ຍັງມີລາຍຈ່າຍໃນ 6 ເດືອນຜ່ານມາ ປະຕິບັດໄດ້ທັງໝົດ 213 ຕື້ກວ່າກີບ ເທົ່າກັບ 71,47% ຂອງແຜນການປີ, ເຊິ່ງສາມາດຈ່າຍເງີນເດືອນ, ເງີນນະໂຍບາຍ, ເງີນບໍລິຫານ, ເງີນດັດສົມ-ສົ່ງເສີມ ແລະ ເງີນລົງທຶນ ໄດ້ໂດຍພື້ນຖານ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງແຂວງອັດຕະປື ໃນອີກ 6 ເດືອນທ້າຍປີນີ້ ບັນລຸມຕາມແຜນການທີ່ວາງໄວ້.

ແຫຼ່ງຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...