spot_img
Homeຂ່າວພາຍ​ໃນຄຳເຫັນຜ່ານສາຍດ່ວນ 156 ໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX

ຄຳເຫັນຜ່ານສາຍດ່ວນ 156 ໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX

Published on

ໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າ ສົ່ງຄຳຄິດຄຳເຫັນ ຜ່ານໂທລະສັບສາຍດ່ວນ (156) ຫລາຍກວ່າ 536 ສາຍ ກວມເອົາ 25 ພາກສ່ວນ ເຊິ່ງບັນຫາພົ້ນເດັ່ນທີ່ສັງຄົມມີຄວາມສົນໃຈຫລາຍ ເຊັ່ນ: ບັນຫາໄພເງິນເຟີ້, ຄ່າຄອງຊີບ ແລະ ການຄຸ້ມຄອງລາຄາສິນຄ້າ, ການອະນຸຍາດ ໃຫ້ສໍາປະທານທີ່ດິນ, ການຂຸດຄົ້ນແຮ່ທາດຊະຊາຍ, ດ່ານພາສີສາກົນຢູ່ທ້ອງຖີ່ນ (ການເກັບເງິນນໍາລົດບັນທຸກສິນຄ້າ, ກວດກາ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່), ເງິນເດືອນຂອງພະນັກງານ-ລັດຖະກອນ, ການກໍ່ສ້າງເສັ້ນທາງ, ການຂາຍສິນຄ້າໃຫ້ເປັນເງິນກີບ ແລະ ການແລກປ່ຽນເງິນຕາ, ການປາບປາມຢາເສບຕິດ, ຂໍ້ຂັດແຍ່ງທີ່ດິນ ແລະ ຄ່າຊົດເຊີຍ ຈາກໂຄງການລົງທຶນລັດ (ເສັ້ນທາງລົດໄຟ, ສະໜາມຝຶກຊ້ອມການທະຫານ ຂອງກະຊວງປ້ອງກັນປະເທດ, ເຂື່ອນໄຟຟ້ານໍ້າອູ); ບັນຫາສີ່ງແວດລ້ອມ (ການປ່ອຍນໍ້າເສຍຂອງໂຮງງານອຸດສະຫະກໍາ ເຂດພັດທະນາກວມລວມໄຊເສດຖາ), ເງິນອຸດໜູນນະໂຍບາຍຕໍ່ພະນັກງານເສຍອົງຄະ ແລະ ມາດຖານການຮຽນ-ການສອນ ຂອງໂຮງຮຽນເຂດຊົນນະບົດ. ທັງໝົດ ໄດ້ພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະ ກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ຕໍ່ກັບຄໍາຄິດເຫັນຂອງປະຊາຊົນ ທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມ ທົບພາກສ່ວນດັ່ງກ່າວ ຄົ້ນຄວ້າແກ້ໄຂ ໃຫ້ຖືກຕ້ອງສອດ ຄ່ອງຕາມກົດໝາຍ ແລະ ລະບຽບການ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...