spot_img
Homeຂ່າວພາຍ​ໃນຜູ້ປະກອບການທຸລະກິດຈຳນວນຫຼາຍ ຍັງບໍ່ໃຫ້ຄວາມຮ່ວມມືແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນາ

ຜູ້ປະກອບການທຸລະກິດຈຳນວນຫຼາຍ ຍັງບໍ່ໃຫ້ຄວາມຮ່ວມມືແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນາ

Published on

ການຄວບຄຸມ ແລະ ອານຸຍາດອອກປ້າຍໂຄສະນາ ຢູ່ພາຍໃນເມືອງໄຊທານີ ຍັງພົບຫຼາຍບັນຫາ ເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນຫຼາຍ ຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນານຳພາກສ່ວນຮັບຜິດຊອບວຽກງານດ້ານປ້າຍຂອງ ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງ ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ, ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງປ້າຍໂຄສະນາ, ປ້າຍບໍ່ໄດ້ມາດຕະຖານຕາມກຳນົດ ແລະ ບໍ່ຖືກຕ້ອງຕາມຫຼັກ ການໃຊ້ພາສາລາວ ເຊິ່ງຈະພົບເຫັນຕາມເສັ້ນທາງ ໂດຍສະເພາະຖະໜົນໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້) ອີງຕາມການເກັບກຳຂໍ້ມູນຂອງຫ້ອງການ ຖວທ ເມືອງ ໄຊທານີ ເຫັນວ່າມີພຽງ 58 ປ້າຍໂຄສະນາທົ່ວເມືອງ ທີ່ໄດ້ດຳເນີນການແຈ້ງຂຶ້ນທະບຽນປ້າຍຖືກຕ້ອງຕາມລະບຽບ.

ໃນວັນທີ 13 ກໍລະກົດ 2023 ທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບການຄວບຄຸມປ້າຍ ແລະ ອານຸຍາດການອອກປ້າຍໂຄສະນາ ພາຍໃນເມືອງໄຊທານີ ວ່າ: ຕໍ່ບັນຫາດັ່ງກ່າວ, ໄລຍະຜ່ານມາ ເຈົ້າເມືອງໄຊທານີ ກໍໄດ້ອອກຂໍ້ຕົກລົງ ເລກທີ 454/ຈມ, ຊທນ ລົງວັນທີ 27 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍເຄື່ອງຊະຊາຍຕາມເສັ້ນທາງພາຍໃນ ເມືອງໄຊທານີ ໂດຍອີງຕາມ ກົດໝາຍວ່າດ້ວຍທາງຫຼວງ ສະບັບເລກທີ 24/ສພຊ, ລົງວັນທີ 12 ທັນວາ 2021 ແລະ ກົດໝາຍວ່າດ້ານຜັງເມືອງ ສະບັບເລກທີ 03/99/ສພຊ, ລົງວັນທີ 03 ເມສາ 1999, ກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ນຊ, ລົງວັນທີ 21 ມິຖຸນາ 2018, ອີງຕາມຄຳສັ່ງແນະນໍາ ສະບັບເລກທີ 010/ຈນວ, ລົງວັນທີ 13 ກັນຍາ 2013 ວ່າດ້ວຍການຄຸ້ມຄອງຄວາມເປັນລະ ບຽບຮຽບ ຮ້ອຍໃນການຈາລະຈອນຕາມເສັ້ນທາງ, ການຄຸ້ມຄອງການປຸກສ້າງສ້ອມແປງ ແລະ ການຕິດຕັ້ງປ້າຍໂຄສະນາຕ່າງໆ ໃນນະຄອນຫຼວງວຽງຈັນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອເຄື່ອນໄຫວຕິດຕາມ ກວດກາ ແລະ ແກ້ໄຂ.

ພ້ອມນີ້, ທ່ານຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ຍັງໃຫ້ຮູ້ຕື່ມກ່ຽວກັບບັນຫາຫາງສຽງທາງສື່ສັງຄົມອອນລາຍ ທີ່ຄະນະກໍາມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍເຄື່ອງຊະຊາຍຕາມເສັ້ນທາງພາຍໃນ ເມືອງໄຊທານີ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງກວດກາປ້າຍທີ່ບໍ່ຖືກຕ້ອງຕາມຖະໜົນໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້ ເຫັນວ່າມີການໃຊ້ຫຼັກພາສາລາວບໍ່ຖືກຕ້ອງຕາມທີ່ກຳນົດ ແລະ ຕິດຕັ້ງປ້າຍຊະຊາຍຢູ່ໃນເຂດສະຫງວນທາງ. ສະນັ້ນ ທາງໜ່ວຍງານທີ່ກ່ຽວຂ້ອງໄດ້ໃຫ້ປັບປ່ຽນຄຳເວົ້າຄືນ ໃໝ່ທີ່ຖືກຕ້ອງ, ພ້ອມແນະນຳໃຫ້ຊາວຄ້າຂາຍ ເຂົ້າໄປຂາຍຢູ່ສະຖານທີ່ ທີ່ມີການຈັດສັນໄວ້ແລ້ວ ເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ສະນັ້ນ, ຝາກເຖິງບັນດາຮ້ານຄ້າ ແລະ ຜູ້ປະກອບການດຳເນີນທຸກລະກິດທີ່ຈະມີການໂຄສະນາດ້ານປ້າຍ ຫຼື ການເຮັດປ້າຍ ແມ່ນຢາກໃຫ້ເຂົ້າມາຜ່ານນຳພາກສ່ວນທີ່ຮັບຜິດຊອບວຽກດັ່ງກ່າວ ໂດຍກົງວ່າຖືກຕ້ອງຕາມລະບຽບກຳນົດໄວ້ບໍ.

ທັງນີ້, ກໍເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດດ້ານການໃຊ້ພາສາລາວ, ຮັບປະກັນໄດ້ມາດຕະຖານການຕິດຕັ້ງ, ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆພາຍໃນເມືອງ, ທັງເປັນສ້າງຂະບວນການຕ້ອນຮັບການເປັນເຈົ້າພາບຈັດກອງປະຊຸມທ່ອງທ່ຽວອາຊຽນ ຂອງ ສປປ ລາວ ໃນປີ 2024, ທັງເຮັດໃຫ້ ເມືອງໄຊທານີ ມີຄວາມເປັນລະບຽບ ຮຽບຮ້ອຍ, ມີຄວາມສະອາດຈົບງາມ, ເປັນເມືອງທີ່ໜ້າຢູ່, ຮັບປະກັນຄວາມປອດໄພໃນການສັນຈອນ, ບໍ່ມີສິ່ງກີດຂວາງ, ບໍ່ຂາຍຊະຊາຍຕາມແຄມທາງ ຫຼື ນຳໃຊ້ເຂດສະຫງວນຂອງທາງເປັນບ່ອນຄ້າຂາຍ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...