spot_img
Homeຂ່າວເຫດການເດັກນ້ອຍຖືກຜູ້ໃຫຍ່ຍົວະໃຫ້ດື່ມສິ່ງມຶນເມົາກ່ອນ ແລ້ວຈະຊື້ເຄື່ອງຊ່ວຍ

ເດັກນ້ອຍຖືກຜູ້ໃຫຍ່ຍົວະໃຫ້ດື່ມສິ່ງມຶນເມົາກ່ອນ ແລ້ວຈະຊື້ເຄື່ອງຊ່ວຍ

Published on

ຈາກການແຊຣຕໍ່ໆກັນມາ ພ້ອມການສະແດງຄວາມຄິດເຫັນຈາກສັງຄົມອອນລາຍເລື່ອງ ຄຣິບເດັກນ້ອຍຖືກຊັກຊວນ, ຍົວະໃຫ້ດື່ມສິ່ງມຶນເມົາກ່ອນແລ້ວຈະຊື້ເຄື່ອງຊ່ວຍ, ເຊິ່ງເລື່ອງເກີດຂຶ້ນຢູ່ຮ້ານອາຫານແຫ່ງໜຶ່ງ ໃນຄ່ຳຄືນວັນທີ 11 ກໍລະກົດ 2023 ທີ່ຜ່ານມາ,​ ມີເດັກນ້ອຍມາເລາະຂາຍແກ່ນຕາເວັນ. ຈາກນັ້ນ, ມີຜູ້ໃຫຍ່ໄດ້ຖາມຊື້ ແລະ ບອກໃຫ້ເດັກດື່ມເບຍແລ້ວຈະຊື້ຊ່ວຍ ເຊິ່ງທ່າທີ່ຂອງເດັກນ້ອຍແມ່ນບໍ່ຢາກດື່ມ ແຕ່ກໍຈຳເປັນເພາະຢາກຂາຍເຄື່ອງ ເຊິ່ງຜູ້ໃຫຍ່ທີ່ຢູ່ໃນຄຣິບກໍຍົວະ ແລະ ເວົ້າກັບເດັກນ້ອຍເພື່ອໃຫ້ດື່ມ ພ້ອມສະແດງອອກດ້ວຍທ່າທີ່ມ່ວນຊື່ນ.


ຈາກການກະທຳດັ່ງກ່າວ, ເຫັນວ່າບໍ່ເໝາະສົມ ເຊິ່ງເບິ່ງເດັກນ້ອຍແລ້ວແມ່ນອາຍຸຍັງບໍ່ຮອດ 18 ປີ ແລະ ເປັນການກະທຳທີ່ບັງຄັບ ເຊິ່ງບໍ່ຄວນເກີດໃນສະຖານທີ່ໃດກໍຕາມ.
ຫວັງວ່າອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງຈະເບິ່ງກ່ຽວກັບເລື່ອງນີ້ໃຫ້ໜັກແໜ້ນຕື່ມ.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...