spot_img
Homeຂ່າວຕ່າງປະເທດແມ່ຕູ້ອາຍຸ 64 ປີ ສູ້ກັບໝີເພື່ອຊ່ວຍໝາ ຕົນເອງໄດ້ຮັບບາດເຈັບເລັກໜ້ອຍ

ແມ່ຕູ້ອາຍຸ 64 ປີ ສູ້ກັບໝີເພື່ອຊ່ວຍໝາ ຕົນເອງໄດ້ຮັບບາດເຈັບເລັກໜ້ອຍ

Published on

ແມ່ຕູ້ອາຍຸ 64 ປີ ຕໍ່ສູ້ກັບໝີດຳດ້ວຍການເອົາມືສົກ ເພື່ອຫວັງຊ່ວຍໝາຂອງຕົນເອງ.

ເລື່ອງຂອງ ລິນ ເຄລລີ່ (Lynn Kelly) ແມ່ຕູ້ອາຍຸ 64 ປີ ອາໄສຢູ່ລັດເມນ ສະຫະລັດອາເມຣິກາ ໄດ້ກາຍເປັນຂ່າວດັງໄປທົ່ວໂລກ ເພາະວ່າລາວໄດ້ສູ້ກັບໝີດຳດ້ວຍມື ແລະ ໄດ້ຮັບບາດເຈັບພຽງເລັກໜ້ອຍ.

ໃນຂະນະທີ່ລາວກຳລັງເຮັດວຽກຢູ່ສວນຫຼັງບ້ານ ຢູ່ດີໆໝາຂອງລາວກໍເລີ່ມເຫົ່າ ແລະ ແລ່ນເຂົ້າໄປໃນປ່າ ຫຼັງຈາກນັ້ນໄດ້ບໍ່ດົນ ໝາກໍແລ່ນອອກມາຈາກປ່າໂດຍມີ ໝີດຳ ແລ່ນໄລ່ຕາມມາ.

ເຄລລີ່ ໄດ້ເລົ່າວ່າ: “ໝີເບິ່ງມາຫາຂ້ອຍ ແລະ ຂ້ອຍກໍເບິ່ງໝີ ຂ້ອຍຄິດວ່າເຮົາຕ່າງຢ້ານກັນ”.

ເມື່ອໝີລຸກຂຶ້ນ ແມ່ຕູ້ຄົນນີ້ຈຶ່ງພະຍາຍາມຢືນໃຫ້ສູງເທົ່າທີ່ຈະເຮັດໃຫ້ ເຊິ່ງໂຕໝີກໍສູງກວ່າລາວ 30 ຊັງຕີແມັດ ໂດຍເຄລລີ່ບອກວ່າ ທີ່ຕົນເອງຕ້ອງສູ້ ແລະ ບໍ່ແລ່ນໜີ ເພາະຄິດວ່າເຮັດຈັງໃດໝີກໍໄລ່ຕາມມາຄືເກົ່າ.

ໃນຂະນະນັ້ນ ເຄລລີ່ ໄດ້ໃຊ້ມືສົກໄປທີ່ດັງຂອງໝີ ແລະ ໝີກໍກັດມືເບື້ອງຂວາຂອງລາວ ຈາກນັ້ນກໍປ່ອຍມື ແລະ ຟ້າວແລ່ນກັບເຂົ້າໄປໃນປ່າ ໂດຍທີ່ໝາຂອງລາວບໍ່ໄດ້ຮັບອັນຕະລາຍ ສ່ວນເຄລລີ່ຖືກນຳສົ່ງເຂົ້າໂຮງໝໍເພື່ອຮັກສາ ແລະ ສາມາດກັບບ້ານໄດ້.

ທາງເຈົ້າໜ້າທີ່ດ້ານສັດປ່າ ເປີດເຜີຍວ່າ: ກ່ອນໜ້ານີ້ບໍ່ເຄີຍພົບໝີ ຫຼັງຈາກທີ່ເກີດເຫດກັບເຄລລີ່ ກໍບໍ່ມີໃຜພົບໝີໂຕນັ້ນອີກເລີຍ ທັ້ງນີ້ໜ່ວຍງານທີ່ກ່ຽວຂ້ອງກໍວາງກັບດັກໄວ້ເພື່ອພະຍາຍາມຈັບໝີດັ່ງກ່າວ.

ແຫຼ່ງຂ່າວ cbsnews

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...