spot_img
Homeຂ່າວຕ່າງປະເທດນັກວິໄຈສ້າງມົດລູກທຽມເພື່ອຊ່ວຍເດັກນ້ອຍທີ່ເກີດກ່ອນກຳນົດ

ນັກວິໄຈສ້າງມົດລູກທຽມເພື່ອຊ່ວຍເດັກນ້ອຍທີ່ເກີດກ່ອນກຳນົດ

Published on

ການປະຕິສົນທິຂອງໄຂ່ ຕ້ອງໃຊ້ເວລາ 9 ເດືອນ ໃນຂະນະທີ່ແມ່ຖືພາ ອາດມີຫຼາຍອາການເຊັ່ນ: ປວດຮາກ ຫາຍໃຈລຳບາກ ເຈັບຫຼັງ ແລະ ຕ້ອງລະວັງພາວະແຊກຊ້ອນຕໍ່ແມ່ ແລະ ລູກໃນທ້ອງ ເຊັ່ນ ເດັກນ້ອຍທີ່ເກີດຫຼັງຈາກຖືພາໄດ້ 6 ເດືອນ ຫຼື ໜ້ອຍກວ່ານັ້ນ ຖືວ່າເປັນການເກີດກ່ອນກຳນົດ ມີຄວາມສ່ຽງສູງທີ່ຈະເສຍຊີວິດ ຫຼື ພິການ, ອົງການອະນາໄມໂລກ ລະບຸວ່າມີເດັກນ້ອຍທີ່ເກີດກ່ອນກຳນົດ ເສຍຊີວິດແລ້ວ 900.000 ຄົນທົ່ວໂລກ ໃນປີ 2019, ເລື່ອງນີ້ຈຶ່ງກາຍເປັນເລື່ອງທ້າທາຍໃຫ້ແກ່ນັກວິໄຈ ໃຫ້ຫາວິທີປ້ອງກັນ ແລະ ແກ້ບັນຫາ.

ຫຼ້າສຸດ ສູນວິໄຈທາງການແພດ BCNatal ທີ່ປະເທດສະເປນ ຄົນຫາວິທີດ້ວຍການສ້າງມົດລູກທຽມ ເພື່ອຊ່ວຍເດັກນ້ອຍທີ່ເກີດກ່ອນກຳນົດ ໂດຍເຮັດພາຊະນະທີ່ຊ່ວຍໃຫ້ຮັກສາເດັກນ້ອຍໃນທ້ອງ ໄວ້ນອກຮ່າງກາຍແມ່ໄດ້ ເຊິ່ງເດັກນ້ອຍຈະຍັງຄືເກົ່າຢູ່ໃນສະພາບແວດລ້ອມໃນທ້ອງ ເຊັ່ນ ການຫາຍໃຈຜ່ານສະບື ປ້ອນອາຫານຜ່ານສາຍສະບືໄດ້.

ທີມວິໄຈ ໄດ້ສຶກສາກ່ອນການທົດສອບທາງຄຮີນິກກັບລູກແບ້ ພົບວ່າປະສົບຄວາມສຳເລັດໃນການລອດຊີວິດຂອງເດັກນ້ອຍໃນທ້ອງ 12 ມື້ ທີມຍັງວາງແຜນທີ່ຈະທົບສອບກັບໝູອີກດ້ວຍ ກ່ອນທີ່ຈະສະເໜີການທົດລອງກັບຄົນໃນອີກບໍ່ເທົ່າໃດປີ.

ແຫຼ່ງຂ່າວ ຣອຍເຕີ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...