spot_img
Homeຂ່າວພາຍ​ໃນແຂວງບໍ່ແກ້ວ ຢຶດຢາບ້າ 7.130.000 ເມັດ ຢູ່ລົດເມໂດຍສານ

ແຂວງບໍ່ແກ້ວ ຢຶດຢາບ້າ 7.130.000 ເມັດ ຢູ່ລົດເມໂດຍສານ

Published on

ໃນວັນທີ 4 ກໍລະກົດ 2023 ເວລາ 13 :00 ໂມງ ເຈົ້າໜ້າທີ່ຕໍາຫຼວດປະຈໍາຢູ່ຈຸດກວດການໍ້າທຸງ ໄດ້ກວດຄົ້ນລົດເມໂດຍສານ ຮຸນໃດສີຂາວເຫຼືອງ ໝາຍເລກທະບຽນ ກກ 0417 ບໍ່ແກ້ວ ແລ່ນມາແຕ່ທາງເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 7 คน และ ข้อความ

ເມື່ອມາຮອດຈຸດກວດການໍ້າທຸງ ຈຶ່ງສັນຍານລົດຄັນດັ່ງກ່າວໃຫ້ຈອດເພື່ອກວດກາ, ຜ່ານການກວດຄົ້ນລົດເມໂດຍສານຄັນດັ່ງກ່າວ ແມ່ນໄດ້ພົບເຫັນຢາບ້າຈຳນວນ 3.565 ມັດ, ເທົ່າກັບ 7.130.000 ເມັດ ແລະ ຢາເຄຕາມິນຈໍານວນ 193 ຫໍ່ ທີ່ຊຸກເຊື່ອງຢູ່ພື້ນລົດກ້ອງບ່ອນນອນຊັ້ນລຸ່ມຂອງຜູ້ໂດຍສານ ພ້ອມທັງກັກຕົວຜູ້ ຖືກຫາໄດ້ 4 ຄົນຄື: ທ້າວ ໄລ ຢາງ, ທ້າວ ຮາ ຢາງ, ທ້າວ ຕູ້ ລີ ແລະ ທ້າວ ເພຍ ຢ່າງ ມາສືບສວນ-ສອບສວນ ເພື່ອຂະຫຍາຍຜົນ.

อาจเป็นรูปภาพของ รถไฟ, กระเช้าไฟฟ้า และ ข้อความพูดว่า "EP NEI S MARIN MARIN MAR"

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...