spot_img
Homeຂ່າວພາຍ​ໃນ6 ເດືອນ ທົ່ວເມືອງສິງ ແຂວງຫຼວງນ້ຳທາ ມີອຸບັດຕິເຫດເກີດຂື້ນ 41 ລາຍ

6 ເດືອນ ທົ່ວເມືອງສິງ ແຂວງຫຼວງນ້ຳທາ ມີອຸບັດຕິເຫດເກີດຂື້ນ 41 ລາຍ

Published on

ຕາມການໃຫ້ຂໍ້ມູນຂອງ ໜ່ວຍງານຕຳຫຼວດຈາລະຈອນ-ມອດໄຟ ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ 6 ເດືອນຕົ້ນປີ 2023 ຜ່ານມານີ້ ທົ່ວເມືອງສິງ ມີອຸບັດຕິເຫດເກີດຂື້ນທັງໝົດ 41 ລາຍ. ໃນນັ້ນ ລົດໃຫຍ່ຕໍາລົດໃຫຍ່ 1 ລາຍ, ລົດໃຫຍ່ຕຳລົດຈັກ 14 ລາຍ, ລົດຈັກຕຳລົດຈັກ 18 ລາຍ, ລົດຈັກຕຳລົດໃຫຍ່ 4 ລາຍ, ລົກຈັກຕຳຄົນຍາງ 4 ລາຍ.

ອຸບັດຕິເຫດທີ່ເກີດຂື້ນເຮັດໃຫ້ພາຫະນະເປ່ເພທັງໝົດ 63 ຄັນ, ລົດໃຫຍ່ 18 ຄັນ, ລົດຈັກ 45 ຄັນ, ເປ່ເພສົມຄວນ 37 ຄັນ, ເປ່ເພເລກນ້ອຍ 39 ຄັນ, ມີຜູ້ໄດ້ຮັບບາດເຈັບ 46 ຄົນ, ຍິງ 14 ຄົນ, ບາດເຈັບສົມຄວນ 21 ຄົນ, ຍິງ 4 ຄົນ, ບາດເຈັບສາຫັດ 07 ຄົນ, ຍິງ 2 ຄົນ, ບາດເຈັບເລັກນ້ອຍ 18 ຄົນ, ເສຍຊິວິດ 1 ຄົນ, ສ້າງຄວາມເສຍຫາຍທັງໝົດ ປະມານ 550.900.000 ກີບ.

ພັຕ ສີວັນໄຊ ຈັນທະພິໄຊ ຫົວໜ້າກອງຕຳຫຼວດຈາລະຈອນ-ມອດໄຟ ປກສ ເມືອງສິງ ໃຫ້ຮູ້ຕື່ມອີກວ່າ ຄະດິອຸບັດຕິເຫດດັ່ງກ່າວ ຖ້າທຽບໃສ່ໃນຊ່ວງໄລຍະ 6 ເດືອນທ້າຍປີ 2022 ແມ່ນເພີມຂື້ນ 5 ລາຍ, ສາເຫດສ່ວນໃຫຍ່ທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນເກີດມາຈາກ ການດື່ມສິ່ງມຶນເມົາແລ້ວຂັບຂີ່ຍານພາຫະນະ, ແລ່ນໄວ້ເກີນກຳນົດ ແລະ ບໍ່ເຄົາລົບລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ຈຶ່ງພາໃຫ້ເກີດອຸບັດຕິເຫດ. ສະນັ້ນ ກໍຢາກຝາກເຖີ່ງຜູ້ຂັບຂີ່ຍານພາຫະນະທຸກຄົນຕ້ອງມີສະຕິໃນການຂັບຂີ່ ຄ່ອຍໄປ-ຄ່ອຍມາ ແລະ ພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ຕາມທ້ອງຖະໜົນຫຼວງ ໃຫ້ເຂັ້ມງວດ ເພື່ອຫຼີກລ່ຽງ ຈາກການເກີດອຸບັດຕິເຫດ.

ແຫຼ່ງຂ່າວ ຂ່າວ ປກສ ແຂວງຫລວງນ້ຳທາ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...