spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທກວດຍຶດສານເຄມີອັນຕະລາຍທີ່ຈະສົ່ງມາລາວ

ເຈົ້າໜ້າທີ່ໄທກວດຍຶດສານເຄມີອັນຕະລາຍທີ່ຈະສົ່ງມາລາວ

Published on

ເຈົ້າໜ້າທີ່ໄທ ຍຶດສານອະນີລີນ (Aniline) ຫຼາຍຫວ່າ 5 ແສນກິໂລກຼາມ ຢູ່ທ່າເຮືອແຫຼມສະບັງ ທີ່ກຽມສົ່ງມາ ສປປ ລາວ.

ໃນວັນທີ 28 ມິຖຸນາ 2023 ເຈົ້າໜ້າທີ່ຈາກຫຼາຍຝ່າຍຂອງປະເທດໄທ ແລະ ເຈົ້າໜ້າທີ່ຈາກ ສປປ ລາວ ຮ່ວມກັນເປີດປະຕູຄອນເທນເນີຂອງບໍລິສັດຂົນສົ່ງແຫ່ງໜຶ່ງ ທີ່ສາງສິນຄ້າອັນຕະລາຍ ທ່າເຮືອແຫຼມສະບັງ ຈັງຫວັດຊົນບຸລີ.

ຈາກການກວດສອບພົບເຫັນສານອະນິລີນ (Aniline) 22 ແທ່ງ ນ້ຳໜັກປະມານ 510.720 ກິໂລກຼາມ.

ສຳລັບການອະນິລີນ ທີ່ກວດຍຶດໄດ້ຄັ້ງນີ້ ແມ່ນມາຈາກປະເທດໄທ ໂດຍບໍລິສັດຂົນສົ່ງ 2 ບໍລິສັດ ຈາກນັ້ນຈະນຳໄປຫາບໍລິສັດຂົນສົ່ງອີກແຫ່ງໃນ ສປປ ລາວ.

ຈາກການກວດສອບພົບວ່າ ຂະບວນການນຳຜ່ານບໍ່ມີເອກະສານການໄດ້ຮັບອະນຸຍາດຂໍນຳຜ່ານວັດຖຸອັນຕະລາຍ ຈຶ່ງໄດ້ກວດຄົ້ນ ຍຶດເອົາຂອງກາງ ແລະ ເຈົ້າໜ້າທີ່ໄທກໍໄດ້ປະສານກັບເຈົ້າໜ້າທີ່ລາວ ກວດສອບຈຶ່ງຮູ້ວ່າ ຕົວແທນບໍລິສັດຂົນສົ່ງໃນ ສປປ ລາວ ຈຳນຳເອົາສານເຄມີດັ່ງກ່າວໄປໃຊ້ໃນການຜະລິດເຄື່ອງສຳອາງ ໂດຍມີບໍລິສັດແມ່ຢູ່ຈີນ ແຕ່ມີຖານຜະລິດຢູ່ລາວ.

ແຫຼ່ງຂ່າວ thaitv5hd

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...