Homeຂ່າວອຸບັດຕິເຫດເຫດລົດຈັກລົ້ມເອງ (ເສຍຊີວິດ 1 ຄົນ) ເຂດທາງຕັດໃຫມ່ ຂົວຊຽງດາ ເຂດບ້ານນາຄວາຍ

ເຫດລົດຈັກລົ້ມເອງ (ເສຍຊີວິດ 1 ຄົນ) ເຂດທາງຕັດໃຫມ່ ຂົວຊຽງດາ ເຂດບ້ານນາຄວາຍ

Published on

ໃນວັນທີ 29 ມິຖຸນາ 2023 ເວລາ 19:23 ໂມງ, ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າ ມີເຫດລົດຈັກລົ້ມເອງ ຈຸດເກີດເຫດແມ່ນທາງຕັດໃຫມ່ ຂົວຊຽງດາ ເຂດບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ເບື້ອງຕົ້ນທາງເຈົ້າໜ້າທີ່ກູ້ໄພອອກກວດສອບພົບເຫັນຜູ້ເສຍຊີວິດ 1 ຄົນ, ເພດຊາຍ, ບ້ານຖີ່ນຕົ້ມ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງອາການເບື້ອງຕົ້ນແມ່ນຄໍຫັກກະທົບຫົວ (ເສຍຊີວິດຄາທີ່).
ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ1623 ຈຶ່ງໄດມ້ຽນສົບຜູ້ເສຍຊີວິດນຳສົ່ງຄອບຄົວແລະຍາດຕິພີ່ນ້ອງເພື່ອນຳໄປເຮັດພິທີທາງສາສະຫນາ.

ຂໍສະແດງຄວາມເສຍໃຈກັບຄອບຄົວແລະຍາດຕິພີ່ນ້ອງດ້ວຍກັບການສູນເສຍຄົນໃນຄອບຄົວໃນເຫດການຄັ້ງນີ້.

ທີ່ມາ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...