spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງ(ຜທ) ໄດ້ຊີ້ແຈງບັນຫາການລົງທຶນຂອງລັດ ແລະ ການຊໍາລະໜີ້ໂຄງການ ຕໍ່ ສສຊ.

ລັດຖະມົນຕີກະຊວງ(ຜທ) ໄດ້ຊີ້ແຈງບັນຫາການລົງທຶນຂອງລັດ ແລະ ການຊໍາລະໜີ້ໂຄງການ ຕໍ່ ສສຊ.

Published on

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 28 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຊີ້ແຈງບັນຫາການລົງທຶນຂອງລັດ ແລະ ການຊໍາລະໜີ້ໂຄງການ ຕໍ່ ສສຊ.

ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ຕໍ່ກັບບັນຫາການດຶງດູດການລົງທຶນ ລັດຖະບານໄດ້ສ້າງເງື່ອນໄຂໃຫ້ພາກທຸລະກິດ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງແຫຼ່ງທຶນດ້ວຍນະໂຍບາຍຂອງລັດຖະບານທີ່ເໝາະສົມ, ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ສາມາດຜະລິດກະສິກໍາ, ອຸດສາຫະກຳ, ການບໍລິການ ຕາມນະໂຍບາຍ ແລະ ນິຕິກຳກ່ຽວຂ້ອງ. ພ້ອມນີ້ ລັດຖະບານໄດ້ເລັ່ງຂະຫຍາຍຖານລາຍຮັບງົບປະມານ ແລະ ຄຸ້ມຄອງລາຍຈ່າຍ, ພ້ອມທັງຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ ດ້ວຍມາດຕະການ, ວິທີການ ດ້ວຍລະບົບທັນສະໄໝ, ປັບປຸງກົງຈັກການຈັດຕັ້ງຂົງເຂດດັ່ງກ່າວ. ລັດຖະບານຍັງສືບຕໍ່ປັບປຸງນະໂຍບາຍ, ປັບປຸງກົດໝາຍສົ່ງເສີມການລົງທຶນ ຢູ່ເຂດເສດຖະກິດພິເສດ ແລະ ກົນໄກການບໍລິການຕ່າງໆ ໃຫ້ພາກສ່ວນກ່ຽວຂ້ອງມີຄວາມເຂັ້ມແຂງ, ກວ້າງຂວາງກວ່າເກົ່າ.

ສ່ວນເງິນເກີນແຜນ 220 ຕື້ ໃນປີ 2022 ໄດ້ຈັດສັນບ້ວງເງິນເກີນແຜນຂົງເຂດວັດທະນະທຳສັງຄົມ ແລະ ແກ້ໄຂຄວາມທຸກຍາກເປັນບຸລິມະສິດ ບໍ່ໃຫ້ຫຼຸດ 200 ຕື້, ຈັດສັນຈຳນວນ 20 ຕື້ໃນການປະຕິບັດອອກໃບຕາດິນ, ບ້ວງ 200 ຕື້ ແມ່ນຈ່າຍໃຫ້ເງິນອຸດໜູນຄູ, ນັກປະຕິວັດອາວຸໂສ, ອຸປະກອນການສຶກສາ ແລະ ອື່ນໆ.

ຕໍ່ຄຳຊັກຖາມ ກ່ຽວກັບສາເຫດແຕ່ລະໂຄງການໄດ້ຮັບງົບປະມານແຕກຕ່າງກັນ (ບາງໂຄງການໄດ້ຫຼາຍ, ບາງໂຄງການໄດ້ໜ້ອຍ) ຊຶ່ງການຄົ້ນຄວ້າໂຄງການແມ່ນອີງຕາມຄວາມສໍາຄັນ ແລະ ຄວາມຈໍາເປັນຂອງໂຄງການ ລວມທັງຂຶ້ນກັບສະຖານທີ່ບ່ອນຈັດຕັ້ງປະຕິບັດໂຄງການ. ສ່ວນທຶນຕ່າງໆທີ່ຍັງບໍ່ທັນລວມສູນນັ້ນ, ການລວມສູນແມ່ນເຮັດໄດ້ໃນການຄຸ້ມຄອງໂຕເລກເທົ່ານັ້ນ ແຕ່ການປະຕິບັດຕົວຈິງຍັງແມ່ນມອບໃຫ້ຂະແໜງການກ່ຽວຂ້ອງຄືເກົ່າ ພຽງການມອບລວມສູນນັ້ນຈະສ້າງເງື່ອນໄຂຄວາມສະດວກໃຫ້ແກ່ການສັງລວມ, ການປະເມີນ ແລະ ລາຍງານໃຫ້ຂັ້ນເທິງທັນຕາມເວລາເທົ່ານັ້ນ ດັ່ງນັ້ນຖ້າຈະລວມສູນພວກເຮົາຕ້ອງປັບປຸງນະໂຍບາຍ ແລະ ນິຕິກຳຕື່ມ.

ສຳລັບການແກ້ໄຂໜີ້ບ້ວງ 8.000 ຕື້ (ອວ່າຍໜີ້ 3 ແຈ) ແມ່ນເປັນການແກ້ໄຂສະພາບຄ່ອງໃຫ້ແກ່ຜູ້ປະກອບການຕົວຈິງ ທີ່ລົງທຶນເຮັດໂຄງການຂອງລັດຖະບານກ່ອນ ຊຶ່ງລັດຖະບານຄ້າງຊໍາລະ ໃຫ້ບັນດາບໍລິສັດ ຫຼື ຜູ້ລົງທຶນມາຫຼາຍປີ ເຮັດໃຫ້ຜູ້ປະກອບການພົບຄວາມຫຍຸ້ງຍາກດ້ານອັດຕາແລກປ່ຽນ, ດອກເບ້ຍ ແລະ ອື່ນໆ ດັ່ງນັ້ນລັດຖະບານຈຶ່ງແກ້ໄຂບັນດາໂຄງການນີ້ກ່ອນ.
ສ່ວນການປັບປຸງລາຄາຫົວໜ່ວຍການກໍ່ສ້າງ ທີ່ຕິດພັນກັບການເພີ່ມຂຶ້ນຂອງວັດສະດຸ ເຫັນວ່າຫຼາຍໂຄງການຈະມີການປັບປຸງລາຄາໃໝ່ ບັນຫານີ້ແມ່ນເປັນຄວາມຈິງ ເພາະຖ້າເອົາຕາມສັນຍາເກົ່າອາດບໍ່ສອດຄ່ອງກັບສະພາບຕົວຈິງ, ດັ່ງນັ້ນ ກະຊວງແຜນການ ແລະ ການລົງທຶນຈຶ່ງໄດ້ສົມທົບກັບຂະແໜງກ່ຽວຂ້ອງ ຊຶ່ງຂະແໜງງານຈຳນວນໜຶ່ງກໍໄດ້ສຳເລັດແລ້ວ ຖ້າຜ່ານກະຊວງໂຍທາທິການ ແລະ ຂົນສົ່ງສຳເລັດໝົດແລ້ວຈະສະເໜີໃຫ້ລັດຖະບານຮັບຮອງ.

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວອີກວ່າ: ກ່ອນປີ 2015 ການລົງທຶນຂອງລັດແມ່ນກະແຈກກະຈາຍ, ບໍ່ມີຈຸດສຸມ ເຮັດໃຫ້ຫຼາຍໂຄງການເກີດຂຶ້ນ, ດັ່ງນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານຈຶ່ງໄດ້ສ້າງນິຕິກຳ ແລະ ກຳນົດຂອບເວລາຂອງການຊໍາລະໃນແຕ່ລະໂຄງການ ຄາດຄະເນວ່າ ມູນຄ່າໂຄງການດັ່ງກ່າວ ຈະເຮັດໃຫ້ການລົງທຶນຂອງລັດມີການຫັນປ່ຽນທີ່ດີຂຶ້ນໃນລະດັບໜຶ່ງ ແຕ່ຍ້ອນຄວາມສາມາດດ້ານທຶນຮອນຂອງລັດ ຈຶ່ງບໍ່ສາມາດປະຕິບັດຕາມມາດຕະການຊຳລະເງິນໄດ້.

ທີ່ມາ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...