spot_img
Homeຂ່າວພາຍ​ໃນໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມເມືອງໄຊ

ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມເມືອງໄຊ

Published on

ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊ່ວງສັນຍາທີ 2 ຄືບໜ້າແລ້ວ 30,85%. ທ່ານ ລີຢີງ ໄຊເຢຍຊ່າງ ຫົວໜ້າໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ຊ່ວງທີ 2 ແມ່ນເລີ່ມແຕ່ ຂົວນໍ້າມາວ ບ້ານນາສ້າວ ຫາ ຂົວນໍ້າກໍ 2, ບ້ານເຈງ ເຊື່ອມໃສ່ກັບ ຊ່ວງທີ 1 ເຂດສະໜາມກິລາແຂວງ ມີລວງຍາວ: 8.500 ແມັດ, ຮັບເໝົາການກໍ່ສ້າງໂດຍ ບໍລິສັດ ກວ້າງຕຸ້ງເລກ 3 ຈາກ ສປ ຈີນ ລວມມູນຄ່າສັນຍາທັງໝົດ 8 ລ້ານ 8 ແສນກວ່າໂດລາ ໂດຍຈະໃຊ້ເວລາກໍ່ສ້າງ 24 ເດືອນ. ສຳລັບໜ້າວຽກປະກອບມີ: ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແຄມນ້ຳກໍ, ສ້າງສວນສາທາລະນະ 1 ຈຸດຢູ່ເຂດບ້ານນາຫວານນ້ອຍ, ກໍ່ສ້າງປະຕູລະບາຍນ້ຳ ຈຳນວນ 21 ຈຸດ ແລະ ອື່ນໆ ທີ່ຕິດພັນກັບໂຄງການ. ມາຮອດປັດຈຸບັນ ການກໍ່ສ້າງແມ່ນໄດ້ສຳເລັດແລ້ວຫຼາຍໜ້າວຽກ ເຊັ່ນ: ວຽກອະນາໄມບຸກເບີກ, ວຽກດິນຂຸດ, ດິນຖົມ, ປ້ອງກັນສະຫຼົບວາງຫິນຕິນໂທ ແລະ ວຽກລຽນຫີນສະຫຼົບອື່ນໆ.

ທ່ານ ພາກ ສາງຢຸນ ຫົວໜ້າທີມທີ່ປຶກສາ ບໍລິສັດ ທີ່ປຶກສາ ອີສານ ຈາກ ສ ເກົາຫຼີ ໃຫ້ສຳພາດວ່າ: ການກໍ່ສ້າງຕາຝັ່ງເຈື່ອນ ແມ່ນເພື່ອແນໃສ່ຫຼີກລ່ຽງ ແລະ ຫຼຸດຜ່ອນຄວາມອັນຕະລາຍ ໂດຍສະເພາະແມ່ນການເຊາະເຈື່ອນຂອງດິນຢູ່ສອງຟາກນ້ຳໃນລະດູຝົນ ຊຶ່ງບາງຈຸດເຫັນວ່າມັນແຄບ ແລະ ໄດ້ຕັດແລວນ້ຳ ພ້ອມທັງໄດ້ຂະຫຍາຍໃຫ້ກວ້າງອອກ. ສຳລັບສວນສາທາລະນະແມ່ນໄດ້ສ້າງສຳເລັດແລ້ວ 1 ຈຸດ ຍັງຈຸດທີ 2 ແມ່ນພວມກໍ່ສ້າງ ຊຶ່ງຈະໃຫ້ສຳເລັດໃນປີ 2024. ພາຍຫຼັງສຳເລັດ ຈະເປັນບ່ອນພັກຜ່ອນຢ່ອນກາຍ ແລະ ເປັນການດຶງດູດເອົານັກທ່ອງທ່ຽວມາທ່ຽວແຂວງອຸດົມໄຊ ໃຫ້ຫຼາຍຂຶ້ນ ຊຶ່ງຈະສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນເພີ່ມຂຶ້ນ.

ສຳລັບວຽກທີ່ຈະສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນໄລຍະລະດູຝົນນີ້ແມ່ນການວາງຫີນສະຫຼົບປ້ອງກັນຕາຝັ່ງເຈື່ອນ ເພື່ອປ້ອງກັນການເຊາະເຈື່ອນທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ພ້ອມຮຽກຮ້ອງມາຍັງ ປະຊາຊົນ ບັນດາບ້ານຢູ່ລຽບແຄມແມ່ນ້ຳ ບໍ່ໃຫ້ລົງຫຼິ້ນນ້ຳ ຫຼື ຫາປາເຂດທີ່ພວມກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ໂຄງການ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...