spot_img
Homeຂ່າວພາຍ​ໃນສສຊ ສະເໜີໃຫ້ພາກລັດ ຊຸກຍູ້ຫົວໜ່່ວຍທຸລະກິດຄິດໄລ່ເງິນເດືອນທຽບໃສ່ເງິນຕາ

ສສຊ ສະເໜີໃຫ້ພາກລັດ ຊຸກຍູ້ຫົວໜ່່ວຍທຸລະກິດຄິດໄລ່ເງິນເດືອນທຽບໃສ່ເງິນຕາ

Published on

ຈາກເສດຖະກິດໃນປັດຈຸບັນເຮົາສາມາດເຫັນໄດ້ວ່າ ລາຍຮັບທີ່ໄດ້ ບໍ່ສອດຄ່ອງກັບເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນ ຄ່າຫໍພັກ ນໍ້າມັນເຊື້ອໄຟ ແລະ ສິນຄ້າຕ່າງໆ ທີ່ມີລາຄາອີງຕາມອັດຕາແລກປ່ຽນທີ່ເພີ່ມຂຶ້ນສູງເລື່ອຍໆ.

ໃນຕອນບ່າຍຂອງວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ມິຖຸນາ 2023, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫລາຍບັນຫາສຳຄັນ, ໃນນັ້ນ ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 13, ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ເຊິ່ງໂດຍລວມ ແມ່ນເຫັນດີເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ບຸກບືນສູ້ຊົນແກ້ໄຂບັນ ຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ ສປປ ລາວ ກຳລັງປະເຊີນໜ້າໃນປັດຈຸບັນ.

ພ້ອມນັ້ນ ຍັງໄດ້ສະເໜີ ໃຫ້ລັດຖະບານ ແກ້ໄຂບັນຫາຄ່າຈ້າງງານຂອງກຳມະກອນ ຊາວຜູ້ອອກແຮງງານ ຕາມໂຮງຈັກໂຮງງານ ໂດຍເລີ່ມຈາກ ບັນດາບໍລິສັດທຳການຜະລິດເພື່ອສົ່ງອອກ ແລະ ສ້າງລາຍໄດ້ໃຫ້ບໍລິສັດເປັນສະກຸນເງິນຕ່າງປະເທດ, ສະເໜີໃຫ້ພາກລັດກະຕຸກຊຸກຍູ້ໃຫ້ບໍລິສັດຄິດໄລ່ເງິນເດືອນ ໂດຍທຽບຖານການຄິດໄລ່ ເງິນເດືອນພະນັກງານ ໃສ່ເງິນຕາຕ່າງປະເທດ ຕາມອັດຕາແລກປ່ຽນ ເພື່ອເຮັດໃຫ້ແຮງງານລາວ ທີ່ອອກແຮງງານຕາມບໍລິສັດຕ່າງໆ ມີເງິນເດືອນກຸ້ມກິນ ແລະ ສາມາດສືບຕໍ່ເຮັດວຽກໄດ້ ແນໃສ່ສະກັດກັ້ນການຫລັ່ງໄຫລອອກນອກປະເທດຂອງແຮງງານລາວຊຶ່ງສົ່ງຜົນກະທົບຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ທ່ານ ໄຊຍະເດດ ຜຸຍຍະວົງ ກ່າວອີກວ່າ: ຕໍ່ກັບແຮງ ງານລາວ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ, ສະເໜີ ໃຫ້ກະຊວງ ການຕ່າງປະເທດ ປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຕ່ງຕັ້ງທີ່ປຶກສາແຮງງານ (ທູດແຮງງານ) ໄປປະຈໍາຢູ່ບັນດາປະເທດ ທີ່ແຮງງານລາວໄປເຮັດວຽກຫລາຍ ແນໃສ່ປົກປ້ອງບໍ່ໃຫ້ແຮງງານຂອງພວກເຮົາຕົກ ຢູ່ໃນເຄືອຂ່າຍການຄ້າມະນຸດບໍ່ວ່າທາງດ້ານການຂູດຮີດແຮງງານ ກໍຄື ການຄ້າມະນຸດ.

ທ່ານ ໄຊຍະເດດ ຜຸຍຍະວົງ ກ່າວເນັ້ນອີກວ່າ: ຄວາມເຂົ້າໃຈຂອງບໍລິສັດ ແລະ ພະນັກງານ-ສາມະຊິກພັກ ທີ່ເຮັດວຽກຄຸ້ມຄອງໂຮງຈັກໂຮງງານ ກໍຄືເຂດເສດຖະກິດພິເສດ ຕ້ອງເຂົ້າໃຈວ່າ ເງິນເດືອນພື້ນຖານ 1 ລ້ານ 3 ແສນກີບແມ່ນເປັນເງິນເດືອນຂັ້ນຕໍ່າສຸດຢູ່ ສປປ ລາວ ບໍ່ແມ່ນລະດັບເງິນເດືອນຜູກຂາດ. ຄ່າຈ້າງງານ ແມ່ນອີງໃສ່ຄວາມອາດສາມາດຂອງບໍລິສັດ ແລະຄວາມເພີ່ງພໍໃຈ ຂອງຜູ້ຮັບຈ້າງງານ, ຫາກເງິນເດືອນບໍ່ກຸ້ມກິນ ບໍ່ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດໄລຍະໃໝ່ ແນ່ນອນກຳມະກອນ- ຊາວຜູ້ອອກແຮງງານ ຍ່ອມລາອອກໄປເຮັດອັນອື່ນ ເພາະສະພາບປັດຈຸບັນ ເງິນເດືອນ 1.300.000 ກີບທີ່ເຂົາເຄີຍໄດ້ຮັບໃນເມື່ອກ່ອນມີຄ່າເທົ່າກັບ 150 ໂດລາສະຫະລັດແຕ່ວ່າ ຄ່າຂອງເງິນເດືອນ ຂອງພວກເຂົາໄດ້ຮັບໃນປັດຈຸບັນ ຍັງເຫລືອພຽງ 68 ໂດລາ. ໃນຂະນະດຽວກັນຄ່າຫໍພັກ, ນໍ້າມັນເຊື້ອໄຟ ແລະ ສິນຄ້າຕ່າງໆ ທີ່ເຂົາບໍລິໂພກຂາຍ ແມ່ນຄິດໄລ່ທຽບຖານໃສ່ເງິນຕາຕ່າງປະເທດໝົດ ເຮັດໃຫ້ພວກເຂົາບໍ່ສາມາດອອກແຮງງານຕໍ່ໄປໄດ້. ຖ້າພວກເຮົາສາມາດແກ້ໄຂປັນຫາຄ່າແຮງງານໄດ້ ພວກເຮົາຈະສາມາດຮັກສາຖານການຜະລິດ ໄວ້ໄດ້ ແລະ ໃນໄລຍະຍາວ ເສດຖະກິດ ຈະດັດສົມຕົວມັນເອງເຂົ້າສູ່ສະພາວະປົກກະຕິ ສັງຄົມກໍຈະມີເງິນເດືອນກຸ້ມກິນຄືກັບເມື່ອກ່ອນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...