spot_img
Homeຂ່າວພາຍ​ໃນພໍ່ຕູ້ 103 ປີ ອາໄສເກັບກະຕຸກຂາຍເພື່ອລ້ຽງຊີບໄປແຕ່ລະມື້

ພໍ່ຕູ້ 103 ປີ ອາໄສເກັບກະຕຸກຂາຍເພື່ອລ້ຽງຊີບໄປແຕ່ລະມື້

Published on

ໃນວັນທີ 21 ມິຖຸນາ 2023 ທີ່ຜ່ານມາ ໄດ້ມີຄົນໂພສຜ່ານເຟສບຸກກ່ຽວກັບ ພໍ່ຕູ້ຊື່ ລີງ ອາຍຸ 103 ປີ ທີ່ກຳລັງເກັບກະຕຸກຕາມແຄມທາງ ບໍລິເວນບ້ານໂຄກໃຫ່ຍ ໃກ້ສະຖານີ້ລົດໄຟ ຫຼັກ16 ເມື່ອຄົນເຈົ້າຂອງເຟສບຸກຄົນນີ້ເຫັນກໍໄດ້ຍື່ນເງິນໃຫ້ ຫວັງໃຫ້ພໍ່ຕູ້ນຳເງິນໄປໃຊ້ຈ່າຍກິນ ສິ່ງຕໍ່ມາທີ່ເຮັດໃຫ້ຫຼາຍຄົນປະທັບໃຈກໍຄືພໍ່ຕູ້ກໍໄດ້ອວຍພອນແກ່ຜູ້ນັ້ນ.

ອີງຕາມຜູ້ໃຊ້ເຟສບຸກ Tar Phonpaseuth Setthavong ໄດ້ໂພສວ່າ: ໝູ່ຂັບລົດກຳລັງສິລ້ຽວແວ່ຊື້ຂອງກິນ ຂ້ອຍເຫັນສະພາບພໍ່ຕູ້ຢືນແຄມທາງເລີຍບອກໃຫ້ໝູ່ຈອດ ແຕ່ຕອນນັ້ນພໍ່ຕູ້ໄດ້ຂ້າມທາງເຄິ່ງທາງແລ້ວ ຂ້ອຍກະແລ່ນກຳເງິນໄປຫາເພິ່ນເຫັນແລ້ວຢາກແບ່ງປັນໃຫ້ເພິ່ນໄປຊື້ແນວກິນແຊບໆກິນ ເຫັນກະຕຸກເພິ່ນເກັບໄປຂາຍລະຕາອີ່ຕົນໆ ສອບຖາມເພິ່ນຊື່ຕູ້ລີງ ເກີດປີ 1920 ປັດຈຸບັນອາຍຸ 103 ປີ ຕອນເຮົາຍືນເງິນໃຫ້ເພິ່ນອວຍພອນເອົາແທ້ເອົາວ່າ.

ແລະ Tar ຍັງໄດ້ເວົ້າຕື່ມອີກວ່າ ຖ້າຮູ້ສຶກຢາກຊ່ວຍໃຫ້ຊ່ວຍເລີຍຖ້າເຮົາໄຫວ ເພາະເຮົາບໍ່ຮູ້ດອກວ່າຄົນທີ່ເຮົາຊ່ວຍ ເຂົາລໍຖ້າໂອກາດນີ້ມາດົນປານໃດ ແບ່ງປັນສິ່ງທີ່ດີໃຫ້ກັນແລ້ວໂລກຈະໜ້າຢູ່.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...