spot_img
Homeຂ່າວຕ່າງປະເທດເຮືອບັນທຸກເຮືອບິນຂອງອາເມຣິກາໄດ້ຈອດພັກໃນຫວຽດນາມ

ເຮືອບັນທຸກເຮືອບິນຂອງອາເມຣິກາໄດ້ຈອດພັກໃນຫວຽດນາມ

Published on

ເຮືອບັນທຸກເຮືອບິນຂອງສະຫະລັດອາເມຣິກາໄດ້ເດີນທາງຮອດເມືອງດານັງ ປະເທດຫວຽດນາມ ໃນວັນທີ 25 ມິຖຸນາ ທີ່ຜ່ານມາ.

ໃນວັນທີ 25 ມິຖຸນາ 2023 ທີ່ຜ່ານມາ, ເຮືອບັນທຸກເຮືອບິນພະລັງງານນິວເຄຼຍ ຮອດກຳນົດຈອດຢູ່ທີ່ເມືອງດານັງ ປະເທດຫວຽດນາມ ແລະ ຈະຢູ່ຈົນເຖິງວັນທີ 30 ມິຖຸນາ 2023 ຖືໄດ້ວ່າເປັນເຮືອບັນທຸກເຮືອບິນລຳທີ 3 ຂອງສະຫະລັດອາເມຣິກາ ທີ່ເດີນທາງຢ້ຽມຢາມຫວຽດນາມ ນັບຕັ້ງແຕ່ສິ້ນສຸດສົງຄາມຫວຽດນາມເມື່ອປີ 1975.

ລັດຖະບານອິນໂດເນເຊຍ ໃນຖານະປະທານໜູນວຽນອາຊຽນ ໄດ້ປະກາດຍ້າຍສະຖານທີ່ການເຝິກຊ້ອມຮ່ວມທາງທະຫານຄັ້ງທຳອິດຂອງສະມາຊິກອາຊຽນ ໂດຍລະບຸວ່າ: ການຊ້ອມບໍ່ໄດ້ເຈາະຈົງໃສ່ການຮົບ ລະຫວ່າງວັນທີ 18-25 ກັນຍາ 2023 ທີ່ທະເລນາຕູນາໃຕ້ ປະເທດສິງກະໂປ. ຢ່າງໃດກໍຕາມການຝຶກຊ້ອມໃນຄັ້ງນີ້ລັດຖະບານມຽນມາ ແລະ ກຳປູເຈຍ ຍັງບໍ່ໄດ້ຕອບຮັບການນັດປະຊຸມເພື່ອຫາລືເລື່ອງກຽມການເຝິກຊ້ອມໃນຄັ້ງນີ້.

ແຫຼ່ງຂ່າວ US Embassy and consulate in Vietnam

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...