spot_img
Homeຂ່າວຄາດຕະກຳລູກເມົາຢາຂ້າພໍ່ກັບແມ່ໃໝ່ແລ້ວຖິ້ມລົງຂຸມ

ລູກເມົາຢາຂ້າພໍ່ກັບແມ່ໃໝ່ແລ້ວຖິ້ມລົງຂຸມ

Published on

ວັນທີ 26 ມິຖຸນາ 2023 ເກີດເຫດຄາຕະກໍາ ທີ່ບ້ານຊຽງແລນາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຕາມການລາຍງານຂອງປະຊາຊົນ ໃຫ້ຮູ້ວ່າ: ລູກຊາຍໄດ້ເມົາຢາບ້າເລີຍໃຊ້ມີດຟັນພໍ່ ຊື່ທາ້ວ ແຫວງ ອາຍຸ 65 ປີ ແລະ ເມຍໃໝ່ຂອງພໍ່ (ແມ່ໃໝ່) ຊື່ນາງ ຈ່ອຍ ອາຍຸ 25 ປີ.

ເຊິ່ງຜູ້ເປັນພໍ່ ຖືກຟັນບໍລິເວນຫົວ ເສຍຊີວິດ ແລະ ຜູ້ເປັນເມຍໃໝ່ຂອງພໍ່ (ແມ່ໃໝ່) ຖືກຟັນບໍລິເວນໜ້າ ເສຍຊີວິດ.

ພາຍຫຼັງທີ່ລູກຊາຍໄດ້ຄາຕະກຳທັງສອງ ກໍໄດ້ຖິ້ມສົບລົງຂຸມ ຫວັງປິດບັງຮ່າງທີ່ເສຍຊີວິດ ແຕ່ກໍມີປະຊາຊົນທີ່ໄດ້ມາຮູ້ມາເຫັນ ຈຶ່ງໄດ້ໂທແຈ້ງກັບເຈົ້າໜ້າທີ່ມາກວດສອບ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ຈັບກຸມຜູ້ກະທໍາຜິດຮຽບຮ້ອຍແລ້ວ ແລະ ຢູ່ໃນຂັ້ນຕອນສືບສວນ-ສອບສວນຕາມກົດໝາຍຕໍ່ໄປ.

ແຫຼ່ງຂ່າວ: ຫນ່ວຍກູ້ໄພ ອາສາເພື່ອປະຊາຊົນ/Rescue Volunteer for People

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...