Homeຂ່າວພາຍ​ໃນສາວຍອມໂຈນປຸ້ນລົດຈັກ ຍ້ອນຕັ້ງສະຕິໄດ້ວ່າຕ້ອງມີຊີວິດຢູ່ຕໍ່

ສາວຍອມໂຈນປຸ້ນລົດຈັກ ຍ້ອນຕັ້ງສະຕິໄດ້ວ່າຕ້ອງມີຊີວິດຢູ່ຕໍ່

Published on

ເກີດເຫດໂຈນປຸ້ນເອົາລົດຈັກ ໂດຍຜູ້ເສຍຫາຍກໍສູ້ໂຈນຈົນຕົນເອງຕ້ອງເຈັບໜັກ.

ໃນວັນທີ 16 ມິຖຸນາ 2023 ຜູ້ໃຊ້ເຟສບຸກຊື່ Muii Ks ໄດ້ອອກມາໂພສເຕືອນໄພວ່າ ໄດ້ມີໂຈນມາປຸ້ນເອົາລົດຈັກ ທີ່ເຂດຂົວຫ້ວຍເພັກ ເມືອງໂພນທອງ ແຂວງຈໍາປາສັກ ໃນວັນທີ 14 ມິຖຸນາ ທີ່ຜ່ານມາ ເຊິ່ງຕົນກໍໄດ້ສູ້ກັບໂຈນ ຈົນຕົນເອງເຈັບ 60% ຖ້າຍັງສູ້ຕໍ່ໄປອີກແມ່ນຕາຍ ເລີຍຕັ້ງສະຕິວ່າ “ວັດຖຸ ບໍ່ຕາຍກໍຫາໃໝ່ໄດ້” ທີ່ສຳຄັນແມ່ນມີຊີວິດເພື່ອຄົນທີ່ເຮົາຮັກ ແລະ ຮັກເຮົາ.

ຈາກເຫດການດັ່ງກ່າວ ຜູ້ເສຍຫາຍກໍໄດ້ຮັບບາດເຈັບພໍສົມຄວນ ລົດທີ່ເສຍໄປແມ່ນລົດຈັກເວັບ ເລກທະບຽນ 1261 ຈຳປາສັກ.

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...