spot_img
Homeຂ່າວທ້ອງຖິ່ນປຶກສາຫາລືແຜນບໍລິຫານ, ຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວຖໍ້າຕິ່ງ

ປຶກສາຫາລືແຜນບໍລິຫານ, ຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວຖໍ້າຕິ່ງ

Published on

ໃນວັນທີ 6 ມິຖຸນາ 2023 ຜ່ານມາ, ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ,​ ວັດທະນະທຳ​ ແລະ ທ່ອງທ່ຽວ​ ແຂວງຫຼວງພະບາງ ໄດ້ມີກອງປະຊຸມ ປຶກສາຫາລືກ່ຽວກັບ ແຜນບໍລິຫານ, ຄຸ້ມຄອງ ແລະພັດທະນາ​ ແຫຼ່ງທ່ອງທ່ຽວຖໍ້າຕິ່ງຂຶ້ນ ໂດຍການເປັນປະທານຂອງ​ ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າ​ພະແນກຖະແຫຼງຂ່າວ,​ ວັດທະນະທຳ​ ແລະ ທ່ອງທ່ຽວ​ ແຂວງຫຼວງພະບາງ,ເຈົ້າເມືອງປາກອູ,ຮອງເຈົ້າເມືອງຈອມເພັດ,ວ່າການຫົວໜ້າພະແນກການເງິນ ແລະຫົວໜ້າຫ້ອງການຖວທທັງສອງເມືອງພ້ອມດ້ວຍພະນັກງານວິຊາການຂົງເຂດທ່ອງທ່ຽວເຂົ້າຮ່ວມ.

ກອງປະຊຸມຮອງຫົວໜ້າຂະແໜງ ຄຸ້ມຄອງການທ່ອງທ່ຽວໄດ້ລາຍງານຮ່າງ ແຜນບໍລິຫານ, ຄຸ້ມຄອງ ແລະພັດທະນາແຫຼ່ງທ່ອງທ່ຽວຖໍ້າຕິງ ເຊິ່ງຍົກໃຫ້ເຫັນ ການບໍລິຫານແຫຼ່ງທ່ອງທ່ຽວຖໍ້າຕິ່ງໃນປັດຈຸບັນ, ການບໍລິຫານຈັດການພາຍໃນແຫຼ່ງທ່ອງທ່ຽວ, ການປ້ອງກັນເວນຍາມ, ການຂາຍດອກໄມ້ບູຊາ ແລະນໍ້າດຶ່ມ, ການບໍລິຫານຈັດການຕູ້ບໍລິຈາກ, ການປົກປັກຮັກສາຫ້ອງນໍ້າ, ການຮັກສາສິ່ງແວດລ້ອມ, ການບໍລິການເຮືອຂ້າມ, ການບໍລິການສະຖານທີ່ຈອດລົດ, ການຄຸ້ມຄອງພະພຸດທະຮູບໃນຖໍ້າ, ການພັດທະນາແຫຼ່ງທ່ອງທ່ຽວຖໍ້າຕິ່ງໃນໄລຍະຜ່ານມາ, ການປົກປັກຮັກສາ ແລະຄຸ້ມຄອງ ປະຕິສັງຂອນວັດຖຸບູຮານໃນໄລຍະຜ່ານມາ.

ພ້ອມນັ້ນກໍໄດ້ຍົກໃຫ້ເຫັນຮູບແບບການບໍລິຫານ, ຄຸ້ມຄອງ ແລະພັດທະນາແຫຼ່ງທ່ອງທ່ຽວຖໍ້າຕິງໃນອະນາຄົດ ໂດຍມີ 2 ຮູບແບບ​ ຄື: ໃຫ້ພາກລັດເປັນຜູ້ບໍລິຫານ ແລະ ຄຸ້ມຄອງໂດຍກົງ ຄືກັບລະບົບການບໍລິຫານ, ຄຸ້ມຄອງຕາດກວາງຊີ, ມີການແຕ່ງຕັ້ງພະນັກງານປະຈຳແຫຼ່ງທ່ອງທ່ຽວ ໂດຍຈ່າຍເປັນເງິນເດືອນ ແລະແບ່ງໜ້າທີ່ ຄວາມຮັບຜິດຊອບໃຫ້ແຕ່ລະຄົນຢ່າງລະອຽດ ໃຫ້ປະຊາຊົນມີສ່ວນຮ່ວມ ໃນການວ່າຈ້າງງານຕາມແຕ່ລະຕໍາແໜງ, ມອບໃຫ້ເອກະຊົນສຳປະທານ ພ້ອມທັງພັດທະນາບໍລິເວນອ້ອມຮອບດັ່ງກ່າວໃຫ້ເປັນທີ່ດຶງດູດກວ່າເກົ່າ ພ້ອມທັງສ້າງໃຫ້ມີກິດຈະກຳໃຫ້ນັກທ່ອງທ່ຽວໄດ້ສຳພັດໃນຫຼາຍຮູບແບບ ບໍ່ວ່າຈະເປັນທາງນໍ້າ ແລະພູຜາປ່າໄມ້, ກິດຈະກຳຍ່າງປ່າ, ຍ່າງເລາະຊົມວິຖີຊີວິດບ້ານທີ່ຢູ່ອ້ອມແອ້ມໃກ້ຄຽງ, ການບໍລິການຈັດການແມ່ນຕ້ອງຂຽນເປັນບົດໂຄງການມາໂດຍຜ່ານການເຫັນດີເປັນເອກະພາບຈາກພາກລັດ.

ເຊິ່ງແຜນງານ ແລະ ໂຄງການ ການບໍລິຫານ, ຄຸ້ມຄອງ ແລະພັດທະນາແຫຼ່ງທ່ອງທ່ຽວຖໍ້າຕິ່ງ ມີ6ແຜນງານ ແລະ 31ໂຄງການຄື: ສ້າງ ແລະ ປັບປຸງສິງອຳນວຍຄວາມສະດວກພາຍໃນ, ປົກປັກຮັກສາ ແລະ ຟື້ນຟູຖໍ້າຕິ່ງ, ປັບປຸງການບໍລິການ ການຂົນສົ່ງນັກທ່ອງທ່ຽວລະຫວ່າງບ້ານປາກອູ ຫາ​ ຖໍ້າຕິ່ງ, ປົກປັກຮັກສາສິ່ງແວດລ້ອມ ແລະຊີວະນາໆພັນ, ການພັດທະນາບຸກຄະລາກອນ ແລະແຜນງານການໂຄສະນາ ແລະສົ່ງເສີມກິດຈະກຳການທ່ອງທ່ຽວໃນເຂດໃກ້ຄຽງແຫຼ່ງທ່ອງທ່ຽວຖໍ້າຕິ່ງ.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...