spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຢ່າເບິ່ງຂ້າມ! ອາການຕາກະຕຸກອາດອັນຕະລາຍກວ່າທີ່ທ່ານຄິດ

ຢ່າເບິ່ງຂ້າມ! ອາການຕາກະຕຸກອາດອັນຕະລາຍກວ່າທີ່ທ່ານຄິດ

Published on

ເມື່ອຕາກະຕຸກ ຄົນສ່ວນຫຼາຍກໍມັກຈະເຊື່ອເລື່ອງ “ຂວາຮ້າຍ ຊ້າຍດີ” ແລະ ເຊື່ອກັບເລື່ອງນີ້ແທ້ໆ ທ່ານຮູ້ຫຼືບໍ່ວ່າຕາກະຕຸກເກີດມາຈາກປັດໄຈໃດແນ່?

ອາການຕາກະຕຸກມີຄວາມຮຸນແຮງຕັ້ງແຕ່ຕາກະຕຸກເລັກໜ້ອຍ ຈົນເຖິງ ຕາກະຕຸກຈົນຕາປິດ, “ຕາກະຕຸກ” ເປັນອາການໜັງຕາ ຫຼື ເປືອກຕາກະຕຸກ ເປັນໄດ້ທັງເປືອກຕາດ້ານເທິງ ແລະ ດ້ານລຸ່ມ.

ປັດໄຈສ່ຽງຂອງອາການຕາກະຕຸກ

  1. ການໃຊ້ສາຍຕາໜັກເຊັ່ນ ເບິ່ງຄັອມພິວເຕີ ຫຼື ອຸປະກອນອີເລັກໂຕນິກດົນໆ.
  2. ຄວາມຄຽດ ຫຼື ຄວາມກັງວົນ.
  3. ພັກຜ່ອນບໍ່ພຽງພໍ.
  4. ດື່ມເຄື່ອງດື່ມ ທີ່ມີຄາເຟອິນຫຼາຍ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ.
  5. ການສູບຢາ.
  6. ການອອກກຳລັງກາຍ.
  7. ຕາກະທົບກັບແສງແຈ້ງຫຼາຍ.
  8. ອາການຂ້າງຄຽງຂອງໂຣກລົມຊັກ.

ຕາກະຕຸກແບບໃດ ຈຶ່ງເອີ້ນວ່າບໍ່ປົກກະຕິ

ຕາກະຕຸກບໍ່ວ່າຊິເປັນດ້ານຊ້າຍ ຫຼື ດ້ານຂວາ ມັນບໍ່ເປັນອັນຕະລາຍໃດໆເລີຍ, ແລ້ວແບບໃດຈຶ່ງແມ່ນ ຕາກະຕຸກທີ່ຈະອັນຕະລາຍ?

  1. ຕາກະຕຸກຕິດຕໍ່ກັນທຸກມື້ 1-2 ອາທິດ.
  2. ມີອາການກະຕຸກທີ່ບໍລິເວນອື່ນເຊັ່ນ ມຸມປາກ.
  3. ຕາກະຕຸກພ້ອມກັນ 2 ຂ້າງ.
  4. ຕາກະຕຸກແຮງຫຼາຍົນຕາປິດ ທີ່ລົບກວນການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນ.
  5. ຕາມີອາການຜິດປົກກະຕິເຊັ່ນ ຕາບວມ ຕາແດງ ມີຂີ້ຕາຫຼາຍ.

ເມື່ອທ່ານພົບວ່າ ຕາຕົນເອງກະຕຸກຕາມລັກສະນະຂ້າງເທິງນີ້ ຮີບໄປພົບໝໍດ່ວນ.

ທີ່ມາ healthdirect, bangkokhospital

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...