spot_img
Homeຂ່າວຕ່າງປະເທດລົດຕູ້ແຮງງານຕ່າງດ້າວປີ້ນ ເສຍຊີວິດ 4 ຄົນທີ່ປະເທດໄທ

ລົດຕູ້ແຮງງານຕ່າງດ້າວປີ້ນ ເສຍຊີວິດ 4 ຄົນທີ່ປະເທດໄທ

Published on

ໃນວັນທີ 1 ມິຖຸນາ 2023 ເຈົ້າໜ້າທີ່ໄທໄດ້ຮັບແຈ້ງເກີດອຸບັດຕິເຫດລົດຕູ້ປີ້ນແລະ ເກີດໄຟໄໝ້ ຢູ່ເຂດເສັ້ນທາງສາຍອາຊຽນ ຊ່ອທາງຄູ່ຂະໜານ ຊາເຂົ້າກຸງເທບ ບໍລິເວນໜ້າໂຮງຮຽນຊຽງລາກນ້ອຍ ບ້ານຊຽງລາກນ້ອຍ ເມືອງບາງປະອິນ ແຂວງພະນະຄອນສີອາຍຸດທະຍາ, ຈາກກນັ້ນເຈົ້າໜ້າທີ່ທຳການລົງພື້ນທີ່ພົບວ່າ: ໃນເຫດການດັ່ງກ່າວມີທັງຜູ້ບາດເຈັບ ແລະ ເສຍຊີວິດ.

ເບື້ອງຕົ້ນເຈົ້າໜ້າທີ່ົດ້ທຳການຄວບຄຸມໄຟໄໝ້ ໂດຍໃຊ້ເວລາປະມານ 20 ນາທີຈຶ່ງຈະສາມາດຄວບຄຸມໄດ້ ພາຍໃນລົດດັ່ງກ່າວຳພົບຮ່າງຜູ້ເສຍຊີວິດ 4 ຄົນທີ່ຖືກໄຟເຜົາ, ນອກຈາກນີ້ຍັງມີຜູ້ບາດເຈັບອີກ 6 ຄົນ ມີຜູ້ຍິງ 3 ຄົນ ແລະ ຜູ້ຊາຍ 3 ຄົນ, ເຈົ້າໜ້າທີ່ໄດ້ນຳໂຕສົ່ງໂຮງໝໍທັງໝົດ.

ຈາກການກວດສອບຂອງເຈົ້າໜ້າທີ່ພົບວ່າ: ທັງໝົດເປັນແຮງງານຊາວມຽນມາທີ່ຫຼົບໜີເຂົ້າເມືອງມາເພື່ອເຮັດວຽກ ເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານວ່າ ລົດຄັນດັ່ງກ່າວຂັບມາດ້ວຍຄວາມໄວ ເມື່ອມາຮອດຈຸດເກີດເຫດເປັນຊ່ວງທາງທີ່ແຍກອອກໄປທາງພະຫົນໂຍທິນ ແລ້ວລົດເກີດປີ້ນ ສ່ວນຜູ້ເສຍຊີວິດທີ່ພົບທັງໝົດເປັນຊາຍ 1 ຄົນ ແລະ ຍິງອີກ 3 ຄົນ, ຢ່າງໃດກໍຕາມຕ້ອງຖ້າການກວດສອບຢ່າງລະອຽດວ່າເປັນຄົນສັນຊາດໃດແນ່ ພ້ອມປະສາມໜ່ວຍງານທີ່ກ່ຽວຂ້ອງຮ່ວມໃນງານພິສູດສັນຊາດ ເຊໍິ່ງນ້າຈະມີຄົນໄທເປັນຜູ້ຂັບຂີ່ລົດຄັນດັ່ງກ່າວ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...