spot_img
Homeຂ່າວປະຫວັດສາດປະເພນີບຸນບັ້ງໄຟທີ່ມາແຕ່ດົນນານ

ປະເພນີບຸນບັ້ງໄຟທີ່ມາແຕ່ດົນນານ

Published on

ນັບແຕ່ສະໄໝບູຮານພໍຕົກມາ ເດືອນຫົກ ລາວ ເປັນໄລຍະຕົ້ນຝົນ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວໄຮ່ຊາວນາ ກະກຽມລົງໄຮ່ລົງນາ ເພື່ອທຳການຜະລິດ ໃຫ້ຖືກຕາມລະດູການ ແລະ ຕາມປະເພນີທີ່ສືບທອດກັນມາ ຈະໄດ້ມີບຸນບັ້ງໄຟ ທີ່ ຖືວ່າເປັນປາງບຸນໃຫຍ່ໜຶ່ງ ໃນຮີດສິບສອງຄອງສິບສີ່ ຂອງປະເພນີລາວຈັດຂຶ້ນທຸກໆປີ ຫຼັງບຸນປີໃໝ່ໂດຍເຊື່ອກັນວ່າ ເປັນພິທີກໍາຄອບໄຂວ່ ເທວະດາຟ້າແຖນ ເພື່ອຂໍຝົນໃຫ້ຕົກຕາມລະດູການ ໃຫ້ ພືດພັນຜົນລະ ປູກຈະເລີນງອກງາມ.

ຄຳວ່າ “ບຸນຟັ້ງໄຟ” ໝາຍເຖິງບັ້ງ ຫຼື ກະບອກ ທີ່ເຮັດດ້ວຍ ໝື້ຕອກໃຫ້ແໜ້ນເປັນບັ້ງ ຈະມີຊື່ແຕກຕ່າງ ເຊັ່ນ: ບັ້ງໄຟໂບດມ້າຈິນາຍອື່ຕະໄລພຸດອກໄມ້ໝື່ນແສນ ໂດຍກຳນົດເຮັດໃນເດືອນຂຶ້ນ ຫຼື ແຮມ ກໍໄດ້ຕາມຄວາມສະດວກແຕ່ສ່ວນຫຼາຍນິຍົມກັນ ໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟ ການເຮັດບັ້ງໄຟເລີ່ມຈາກການຫາໄມ້ໄຜ່ ຫຼື ລຳຕານ ມາລົນໄຟລຸປ້ອງຕາກໃຫ້ແຫ້ງ ຕອກດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດບຸນບັ້ງໄຟ ຕ້ອງມີຊ່າງຜູ້ຊໍານິຊໍານານມາກໍາກັບ ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫຼື ບໍ່ໄໝ້ ອາດເກີດອັນຕະລາຍໄດ້. ກ່ອນວັນເຮັດບຸນ ຈະປຸກຕູບ ຜາມ ແລ້ວນິມົນພະ ແລະ ເຊີນຊວນພີ່ນ້ອງ ບ້ານໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ ມີການຕ້ອນຮັບ ພະ ຍາດພີ່ນ້ອງບ້ານອື່ນ ໂດຍນາຍບ້ານ ຈະແບ່ງເປັນກັນສາມ ຫຼື ສີ່ເຮືອນ ຕ້ອນຮັບລ້ຽງດູຄ້າຍ ຄືກັບບຸນພະເຫວດ.

ສຳລັບພິທີກຳໃນບຸນບັ້ງໄຟນັ້ນ ຕອນເຊົ້າ ແມ່ນມີ ການຖະຫວາຍຈັງຫັນໃຫ້ ແກ່ພະສົງແລ້ວ ນຳບັ້ງໄຟໄປຈູດ ທີ່ຄ້າງທີ່ຈັດໄວ້ ໃນລະຫວ່າງພະສັນຈັງຫັນຊ່າງບັ້ງໄຟ ນຳບັ້ງໄຟມາແຫ່ ເພື່ອໃຫ້ຄົນມາເບິ່ງອີກຖ້າວ່າບັ້ງ ໄຟໃດຂຶ້ນເຈົ້າຂອງ ແລະ ຍາດໂຍມກໍຈະດີໃຈ ແລ້ວຫາມນາຍຊ່າງໄປລົງນ້ຳ ແຕ່ຖ້າບໍ່ຂຶ້ນກໍເອົານາຍຊ່າງເອົາລົງຕົມ. ພ້ອມນີ້ຍັງມີການບວດນາກ ແລະ ເຖລາພິເສກຫົດນ້ຳພະສູດມົນ ແລ້ວສັນເພນແຫ່ນາກສູ່ຂວັນນາກພະທີ່ນິມົນມາເປັນພະຫັດຖະບາດທຸກອົງສ່ວນກາງຄືນ ເຈົ້າສັດທາມີໝອນລວມໄປເຖິງວັດຖຸປັດໄຈທອດໃຫ້ບ່າຍສາມໂມງຈະຕີກອງ ແຫ່ບັ້ງໄຟຮອບຫໍແຈກ ແລະ ສິມ ເຊິ່ງມີມວນຊົນມາເບິ່ງ ຢ່າງຄັບຄາ ໜາແໜ້ນ, ມີການຟ້ອນລໍາ ສະແດງທ່າທາງສຸພາບຮຽບຮ້ອຍ ແລະ ຕະຫຼົກເຮຮາຕ່າງໆທັງແຕ່ງເປັນເຈົ້ານາຍກໍມີແຕ່ງເປັນຜູ້ຍິງຟ້ອນລຳຕ່າງໆແຕ່ງເປັນຍັກເປັນໂຂນຕຶກແຫຫາປາຂາຍປາອ່ານໜັງສື ພິມ ແລະ ເຊີ້ງ ພໍຮອດເວລາ ກໍເອົາບັ້ງໄຟ ໄປຄ້າງບັນດານາຍຊ່າງບັ້ງໄຟກໍມີການຕີມວຍ ຫຼິ້ນທ່າຕ່າງໆ ເພື່ອໃຫ້ຄົນເບິ່ງ.

ແຕ່ປັດຈຸບັນນີ້ ປະເພນີທັງໝົດກໍຫາເບິ່ງໄດ້ຍາກແລ້ວ ອີງຕາມການປ່ຽນແປງ ແຕ່ລະຍຸກແຕ່ລະສະໄໝບາງຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວ ໂດຍອີງໃສ່ຄວາມສະດວກຂອງບ້ານນັ້ນໆ ຈະມີພຽງການໄຫວ້ຈູດບັ້ງໄຟ ແລະ ຄົບງັນທໍາມະດາເທົ່ານັ້ນ. ປະເພນີບຸນບັ້ງໄຟນີ້ ນອກຈາກເປັນການ ຂໍນໍ້າຂໍຟ້າໃຫ້ຝົນຕົກ ຕາມລະດູການແລ້ວ ຍັງເປັນການສ້າງຄວາມສາມັກຄີ ຂອງບັນດາບ້ານ ທີ່ຢູ່ໃກ້ຄຽງ ມາພົບປະຮ່ວມມ່ວນຊື່ນນໍາກັນອີກດ້ວຍ.

ຂໍ້ມູນຈາກ ຂປລ

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...