spot_img
Homeຂ່າວພາຍ​ໃນບໍ່ສາມາດຄວບຄຸມການຜະລິດນ້ຳກະທ່ອມໃນນະຄອນຫຼວງວຽງຈັນ

ບໍ່ສາມາດຄວບຄຸມການຜະລິດນ້ຳກະທ່ອມໃນນະຄອນຫຼວງວຽງຈັນ

Published on

ພັນໂທ ປານີ ສຸດສະຫວັດ, ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ປັດຈຸບັນ ມີຊາວໜຸ່ມ ແລະ ປະຊາຊົນຈໍານວນບໍ່ໜ້ອຍຢູ່ນະຄອນຫຼວງວຽງຈັນ ຍັງບໍ່ທັນເຂົ້າໃຈກ່ຽວກັບນໍ້າກະທ່ອມ ຍ້ອນຍັງມີການຊົມໃຊ້ນໍ້າດັ່ງກ່າວ ເຊິ່ງໃນຄວາມຈິງແລ້ວໃນນໍ້າກະທ່ອມ ມັນບໍ່ໄດ້ມີແຕ່ນໍ້າກະທ່ອມເທົ່ານັ້ນ, ແຕ່ຍັງປະກອບມີຢາດີໄອ, ນໍ້າໂອອິຊິ, ນໍ້າຕານ ແລະ ຢາໂຕອື່ນປະສົມຢູ່ນໍາຕາມຄວາມຕ້ອງການຂອງຜູ້ຊົມໃຊ້. ໃນໄລຍະຜ່ານມາ ເຈົ້າໜ້າທີ່ຕໍາຫຼວດກວດກາ ແລະ ຄວບຄຸມຢາເສບຕິດໄດ້ຮ່ວມກັບຂະແໜງສາທາລະນະສຸກເຄື່ອນໄຫວກວດກາຕົວຈິງ ເຫັນວ່າ: ຍັງມີການລັກລອບຜະລິດ ແລະ ຈໍາໜ່າຍນໍ້າດັ່ງກ່າວຈໍານວນບໍ່ໜ້ອຍ, ເຖີງວ່າສ່ວນໜຶ່ງໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ແລະ ກ່າວເຕືອນໄປແລ້ວ ແຕ່ກໍຍັງກັບມາເຮັດແບບເກົ່າອີກ.

ນັບຕັ້ງແຕ່ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນມາ, ເຈົ້າໜ້າທີ່ສາມາດຢຶດໃບກະທ່ອມໄດ້ຫຼາຍກວ່າ 800 ກິໂລກຼາມ, ລວມເຖີງຢາດີໄອຝາແດງ, ນໍ້າຕານໝາກພ້າວ, ນໍ້າໝາກພ້າວເປັນກ່ອງ, ໂອອິຊິ ແລະ ອື່ນໆ, ເຊິ່ງຂະແໜງສາທາລະນະສຸກຢືນຢັນວ່າ ສິ່ງດັັ່ງກ່າວນີ້ເມື່ອປະສົມເຂົ້າກັນ ແມ່ນສົ່ງຜົນກະທົບຕໍ່ຮ່າງກາຍຂອງຄົນເຮົາຢ່າງແນ່ນອນເພາະມັນມີສ່ວນເຂົ້າໃນການລະດັບລະບົບປະສາດ. ນອກຈາກນີ້ ຍັງພົບເຫັນການລັກລອບຜະລິດນໍ້າກະທ່ອມຈໍໍານວນຫຼາຍສົມຄວນ ໂດຍສະເພາະຢູ່ ບ້ານຄໍາຮຸ່ງ ແລະ ບ້ານສີວິໄລ ເມືອງໄຊທານີ ລວມເຖິງຢູ່ເຂດຕະຫຼາດກາງຄືນເມືອງຈັນທະບູລີ.

​ພັນໂທ ປານີ ສຸດສະຫວັດ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຄື່ອນໄຫວໂຄສະນາຢູ່ຕາມຈຸດສຸມຕ່າງໆ ກ່ຽວກັບຜົນຮ້າຍຂອງນໍ້າກະທ່ອມ, ແຕ່ໃນຕົວຈິງຍັງປະກົດເຫັນການລະເມີດຜະລິດ ແລະ ຈໍາໜ່າຍນໍ້າກະທ່ອມຢູ່ ໂດຍສະເພາະຢູ່ຈຸດຕະຫຼາດກາງຄືນ ເມືອງຈັນທະບູລີ ແມ່ນພົບເຫັນເພີ່ມຂຶ້ນ ເຖິງວ່າໄລຍະຜ່ານມາພາກສ່ວນກ່ຽວຂ້ອງໄດ້ໄປແກ້ໄຂຢູ່ຈຸດດັ່ງກ່າວແລ້ວກໍຕາມ ຫຼື ເວົ້າໄດ້ວ່າ: ຜູ້ລັກລອບຈໍາໜ່າຍຮູ້ແລ້ວແຕ່ຕ່າວພາໂລ. ນອກຈາກນີ້ ໄດ້ກວດພົບການລັກລອບປູກໃບກະທ່ອມຢູ່ເຂດຕີນພູພະນັງພາຍໃນເມືອງສັງທອງ ຈໍານວນ 2 ສວນ ລວມມີຫຼາຍຮ້ອຍໂຕນ.

ເພື່ອເຮັດໃຫ້ການແກ້ໄຂບັນຫານໍ້າກະທ່ອມ ກໍຄື ຢາເສບຕິດຊະນິດອື່ນໆ ໃຫ້ນັບມື້ດີຂຶ້ນກວ່າເກົ່າ, ເຈົ້າໜ້າທີ່ກ່ຽວຂ້ອງຈະເອົາໃຈໃສ່ປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດທີ່ສຸດ. ນອກຈາກນີ້ ຈະສຸມໃສ່ເຄື່ອນໄຫວໂຄສະນາຢູ່ຕາມຈຸດສຸມຕ່າງໆ ໃຫ້ທົ່ວເຖີງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບຜູ້ຮ້າຍຂອງຢາເສບຕິດ ໂດຍສະເພາະໃນໝູ່ໄວໜຸ່ມໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ: ໂທລະພາບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...