spot_img
Homeຂ່າວພາຍ​ໃນກອງປະຊຸມສໍາມະນາກ່ຽວກັບຜົນຮ້າຍຂອງຢາສູບໄຟຟ້າ

ກອງປະຊຸມສໍາມະນາກ່ຽວກັບຜົນຮ້າຍຂອງຢາສູບໄຟຟ້າ

Published on

ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດສໍາມະນາກ່ຽວກັບຜົນຮ້າຍຂອງຢາສູບໄຟຟ້າ ແລະ ວັນງົດຢາສູບໂລກໃຫ້ແກ່ສື່ມວນຊົນ ຂຶ້ນ ໃນວັນທີ 19 ພຶດສະພາ ນີ້ ທີ່ສູນຝຶກອົບຮົມ ສນກາງແນວລາວສ້າງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ; ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຫົວໜ້າກອງເລຂາຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ພ້ອມດ້ວຍຜູ້ປະສານງານວຽກງານຄວບຄຸມ, ອົງການອະນາໄມໂລກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນປະເສີດ ອຸນາພົມ ໄດ້ກ່າວວ່າ: ສປປ ລາວ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບ ໃນວັນທີ 6 ກັນຍາ 2008 ໂດຍແມ່ນສົນທິສັນຍາສາກົນສະບັບທໍາອິດທີ່ສາມາດປົກປ້ອງສຸຂະພາບຂອງປະຊາກອນໃນທົ່ວໂລກ, ຈຸດປະສົງຫຼັກເພື່ອ “ປົກປ້ອງ ສຸຂະພາບຂອງທຸກຄົນໃນປັດຈຸບັນ ແລະ ອະນາຄົດ ຈາກຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບຂອງ ຄົນອື່ນ ທີ່ປັດຈຸບັນກໍາລັງທໍາລາຍສຸຂະພາບ, ສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດ” ແລະ ສປປ ລາວ ໃນຖານະທີ່ເປັນໜຶ່ງໃນປະເທດພາຄີຂອງສົນທິສັນຍາສະບັບນີ້ ກໍຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕາຕ່າງໆຂອງສົນທິສັນຍາລະບຸໄວ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ຕະຫຼອດໄລຍະ 16 ປີ ຜ່ານມາ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ແລະ ມີການຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ເຫັນວ່າມີຫຼາຍຂົງເຂດທີ່ລັດຖະບານ ບັນລຸເປົ້າໝາຍຕໍ່ພັນທະສົນທິສັນຍາສະບັບນີ້ເປັນຕົ້ນແມ່ນ:

  1. ອອກກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບ ແລະ ບັງຄັບໃຊ້ກົດໝາຍ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
  2. ກໍານົດໃຫ້ຊອງຢາສູບ ເປັນຊອງທີ່ມີຮູບພາບຄໍາເຕືອນສຸຂະພາບ ກວມ 75 % ຂອງພື້ນທີ່ໜ້າຊອງ ແລະ ຫ້າມບໍ່ໃຫ້ ມີການໂຄສະນາຢາສູບທຸກຮູບແບບ;
  3. ກໍານົດໃຫ້ສະຖານທີ່ໃນຮົ່ມ ເປັນເຂດປອດຄວັນຢາສູບ ເຊັ່ນ: ຫ້ອງການລັດຖະບານ, ສະຖານທີ່ສາທາລະນະ, ສາສະໜາສະຖານ, ສະຖານສຶກສາ ແລະ ກິລາ, ສະຖານທີ່ ແລະ ພາຫະນະໂດຍສານສາທາລະນະ, ສະຖານທີ່ທ່ອງທ່ຽວ, ໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ;
  4. ປົກປ້ອງນະໂຍບາຍດ້ານສາທາລະນະສຸກ ຈາກການແຊກແຊງຂອງອຸດສາຫະກໍາຢາສູບ ອີງຕາມມາດຕາ 5.3 ຂອງສົນທິສັນຍາ
  5. ເຜີຍແຜ່ບັນດານິຕິກໍາ, ຜົນຮ້າຍຂອງການສູບຢາ ແລະ ການໄດ້ຮັບຄວັນຢາສູບຂອງຄົນອື່ນໃນຫຼາຍຊ່ອງທາງ ໂດຍສະເພາະຜ່ານທາງສື່ມວນຊົນທຸກຂະແໜງການ ເພື່ອໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຂອງຢາສູບ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີກ່ຽວກັບສະພາບລວມຂອງວຽກງານຄວບຄຸມຢາສູບ ໃນ ສປປ ລາວ; ຜົນປະໂຫຍດທີ່ຈະໄດ້ຮັບຕໍ່ການຈັດຕັ້ງປະຕິບັດນະໂຍບາຍຄວບຄຸມຢາສູບ, ເລ່ກົນຂອງບໍລິສັດຢາສູບໃນການຫຼອກລວງໄວໜຸ່ມ: ເລ່ກົນຂອງບໍລິສັດຢາສູບ; ຢາສູບໄຟຟ້າແມ່ນຫຍັງ ແລະ ພັດທະນາການຂອງຢາສູບໄຟຟ້າ; ຜົນຮ້າຍຂອງຢາສູບໄຟຟ້າ ແລະ ການປາບປາມ ແລະ ສະກັດກັ້ນຢາສູບໄຟຟ້າໃນລາວ; ສັນຍາການລົງທຶນໃນກິດຈະການຢາສູບ ລະຫວ່າງ ລັດຖະບານ ແລະ ບໍລິສັດຢາສູບລາວຈໍາກັດ ສົ່ງຜົນແນວໃດຕໍ່ເສດຖະກິດ ແລະ ສຸຂະພາບຂອງປະຊາຊົນລາວ ພ້ອມນີ້ບັນດາຜູ້ເຂົ້າຮ່ວມກໍໄດ້ຖາມ-ຕອບກ່ຽວກັບຢາສູບໄຟຟ້າ ແລະ ສົນທະນາລວມ. ພິເສດ, ປີນີ້ພວກເຮົາມາພ້ອມໃຈກັນ ສະເຫຼີມສະຫຼອງວັນງົດສູບຢາ ວັນທີ 31 ພຶດສະພາ ພາຍໃຕ້ຫົວຂໍ້ “ປູກພືດທີ່ກິນໄດ້ ແທນການປູກຢາສູບ” ຊຶ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກພືດກະສິກໍາຊະນິດອື່ນ ແທນການປູກຢາສູບ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...