spot_img
Homeຂ່າວພາຍ​ໃນອົງການອາຫານໂລກ ສະໜອງເງິນໃຫ້ແມ່ຍິງຖືພາຢູ່ບ້ານໜອງກິນນາລີ

ອົງການອາຫານໂລກ ສະໜອງເງິນໃຫ້ແມ່ຍິງຖືພາຢູ່ບ້ານໜອງກິນນາລີ

Published on

ອົງການອາຫານໂລກ ປະຈຳລາວ ໄດ້ສະໜອງເງິນທຶນຈຳນວນ 1.800.000 ກີບ/ຄົນ ໃຫ້ແມ່ຍິງຖືພາ ແລະ ແມ່ຍິງມີລູກນ້ອຍຕ່ຳກວ່າ 5 ປີລົງມາ ທີ່ບ້ານໜອງກິນນາລີ ເມືອງຜົ້ງສາລີ ແຂວງຜົ້ງສາລີ ຈໍານວນ 42 ຄອບຄົວ ພາຍໃຕ້ໂຄງການ ຄໍ້າປະກັນດ້ານສະບຽງອາຫານ ໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດ ທີ່ຖືກຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2022 ຢູ່ 2 ເມືອງຄື: ເມືອງຜົ້ງສາລີ 33 ບ້ານ ແລະ ເມືອງຍອດອູ 22 ບ້ານ.

ທ່ານ ນາງ ຈັນທະວອນ ກັນທະວົງ ຜູ້ປະສານງານ ໃຫ້ຮູ້ວ່າເມື່ອບໍ່ດົນນີ້ວ່າ: ບ້ານໜອງກິນນາລີ ເປັນບ້ານໜຶ່ງທີ່ອົງການອາຫານໂລກປະຈຳລາວ ໄດ້ໃຫ້ການສະໜັບສະໜູນທຶນໃຫ້ປະຊາຊົນ ໂດຍສະເພາະ ແມ່ນແມ່ຍິງຖືພາ ແລະ ແມ່ຍິງມີລູກນ້ອຍຕ່ຳກວ່າ 5 ປີລົງມາ ຈະໄດ້ຮັບເງິນ 1.800.000 ກີບ/ຄົນ ເພື່ອຄໍ້າປະກັນດ້ານສະບຽງອາຫານ ໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດ ທີ່ຖືກຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ໂດຍແນໃສ່ເຮັດໃຫ້ ແມ່ຍິງໃນກຸ່ມເປົ້າໝາຍ ມີທຶນໃນການລ້ຽງສັດ, ປູກຜັກ ຢູ່ພາຍໃນບ້ານ, ມີເວລາລ້ຽງລູກ. ນອກຈາກນີ້, ບ້ານໜອງກິນນາລີ ຍັງໄດ້ຮັບການສະໜັບສະໜູນ ໃນໂຄງການອາຫານທ່ຽງ, ໂຄງການອາຫານເພື່ອຊັບສິນ (ທະນາຄານເຂົ້າ ຫລື ສາງເກັບເຂົ້າ) ແລະ ເສັ້ນທາງເຂົ້າໄປທຳການຜະລິດ.

ທ່ານ ນາງ ຈັນຄໍາ ວົງສາ ປະຊາຊົນບ້ານໜອງກິນນາລີ ເປັນຜູ້ໜຶ່ງທີ່ໄດ້ຮັບທຶນດັ່ງກ່າວ ເນື່ອງຈາກວ່າມີລູກນ້ອຍຕ່ຳກວ່າ 5 ປີລົງມາ ໂດຍໄດ້ນຳໄປຊື້ໄກ່, ເປັດ, ໝູ ແລະ ເຮັດສວນຜັກ, ມາຮອດປັດຈຸບັນ ໄກ່ ແລະ ເປັດ ຈຳນວນໜຶ່ງ ສາມາດນໍາໄປຂາຍເພື່ອສ້າງລາຍຮັບ ແລະ ອີກຈຳນວນໜຶ່ງ ແມ່ນລ້ຽງໄວ້ເພື່ອເປັນພໍ່-ແມ່ພັນ ເພື່ອສ້າງລາຍຮັບແບບຢືນຢົງ. ນອກຈາກນີ້ ກໍເກັບໄວ້ບໍລິໂພກພາຍໃນຄອບຄົວ ເພື່ອເຮັດໃຫ້ແມ່ ແລະ ລູກນ້ອຍ ໄດ້ຮັບໂພຊະນາການທີ່ດີ ທັງເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວໄດ້ຮັບການພັດທະນາຂຶ້ນເລື້ອຍໆ ມີອາຊີບທີ່ໝັ້ນຄົງ ສາມາດກຸ້ມຢູ່ ກຸ້ມກິນ.

ທ່ານ ນາງ ຈັນຄຳ ວົງສາ ໄດ້ໃຫ້ຮູ້ອີກວ່າ: ກ່ອນໜ້າທີ່ຍັງບໍ່ມີ ໂຄງການເຂົ້າມາຊ່ວຍ ເຫັນວ່າແມ່ຍິງຖືພາ ແລະ ແມ່ຍິງມີລູກນ້ອຍຕ່ຳກວ່າ 5 ປີລົງມາ ແມ່ນພົບຄວາມຫຍຸ້ງຍາກຫລາຍຢ່າງ ເຊັ່ນ ແມ່ຍິງທີ່ຖືພາ ຍັງເຮັດວຽກໜັກ ເນື່ອງຈາກບ່ອນທຳການຜະລິດຫ່າງຈາກບ້ານ, ກິນອາຫານບໍ່ຄົບຕາມໂພຊະນາການ, ສ່ວນແມ່ຍິງເກີດລູກ ແລະ ມີລູກນ້ອຍ ບາງຄອບຄົວຍັງເຮັດວຽກໝັກ, ບໍ່ມີເວລາລ້ຽງລູກ ເນື່ອງຈາກຕ້ອງທຳການຜະລິດ ເຮັດໃຫ້ລູກຂາດໂພຊະນາການ, ແຕ່ພາຍຫລັງທີ່ໄດ້ຮັບທຶນຈຳນວນ 1.800.000 ກີບ ຈາກໂຄງການອາຫານໂລກ ເຫັນວ່າແມ່ຍິງໃນກຸ່ມເປົ້າໝາຍດັ່ງກ່າວ, ໄດ້ນຳເອົາທຶນ ທີ່ໄດ້ຮັບໄປໝູນໃຊ້ເຮັດທຸລະກິດສ່ວນຕົວຂອງຕົນເອງ, ຫລຸດຜ່ອນການເຮັດວຽກໜັກ, ມີເວລາຢູ່ເຮືອນເພື່ອລ້ຽງລູກ ແຕ່ຍັງສາມາດສ້າງລາຍຮັບໃຫ້ຄອບຄົວ.

ທີ່ມາ ປະເທດລາວ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...