Homeຂ່າວການພັດທະນາກຽມແຜນກໍ່ສ້າງອີກ 2 ຂົວ ທີ່ຂົວມິດຕະພາບລາວ-ໄທແຫ່ງທີ 1

ກຽມແຜນກໍ່ສ້າງອີກ 2 ຂົວ ທີ່ຂົວມິດຕະພາບລາວ-ໄທແຫ່ງທີ 1

Published on

ໃນວັນທີ 16 ພຶດສະພາ 2023 ໄດ້ມີການຈັດກອງປະຊຸມຄັ້ງທີ 2 ເລື່ອງໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ (ວຽງຈັນ-ໜອງຄາຍ) ແຫ່ງທີ 1 ທີ່ແຂວງໜອງຄາຍ ເພື່ອນຳສະເໜີຜົນການຄັດເລືອກຮູບແບບການພັດທະນາທີ່ເໝາະສົມ 3 ຮູບແບບ ພ້ອມຍັງຮັບຟັງຂໍ້ສະເໜີ ແລະ ສະຫຼຸບແບບທາງເລືອກທີ່ເໝາະສົມທີ່ສຸດຄື:

ຮູບແບບທີ 1 ກໍລະນີສ້າງຂົວໃໝ່ 1 ຂົວ ຮອງຮັບສະເພາະລົດໄຟທາງຄູ່ ແລະ ລົດໄຟຄວາມໄວສູງ ໂດຍກໍ່ສ້າງຂົວໃໝ່ຢູ່ທ້າຍນ້ຳ ຂອງຂົວປັດຈຸບັນ ເຊິ່ງເປັນຂົວຮອງຮັບລົດໄຟໄດ້ 4 ທາງ ພ້ອມປັບປຸງຂົວປັດຈຸບັນໃຫ້ເປັນຂົວສະເພາະລົດຢ່າວດຽວ.

ຮູບແບບທີ 2 ກໍລະນີສ້າງຂົວໃໝ່ 1 ຂົວ ເພື່ອຮອງຮັບລົດໄຟທາງຄູ່ ລົດໄຟຄວາມໄວສູງ ໂດຍກໍ່ສ້າງຂົວລົດໄຟໃໝ່ທາງດ້ານທ້າຍນ້ຳຂອງຂົວປັດຈຸບັນ ພ້ອມທັງເພີ່ມຊ່ອງທາງສັນຈອນສຳລັບລົດຮ່ວມໃນຂົວດຽວກັນ ເຊິ່ງເພີ່ມອີກ 2 ຊ່ອງຈະລາຈອນ ຮວມກັບຂົວປັດຈຸບັນເປັນ 4 ຊ່ອງ ສຳລັບລົດໂດຍສະເພາະ.

ຮູບແບບທີ 3 ກໍລະນີສ້າງຂົວໃໝ່ 2 ຂົວ ຄຽງຄູ່ກັບຂົວປັດຈຸບັນນີ້ ໂດຍມີ 1 ຂົວຢູ່ທ້າຍນ້ຳ ສຳລັບຮອງຮັບລົດໄຟທາງຄູ່ ແລະ ລົດໄຟຄວາມໄວສູງ ເປັນຂົວທີ່ຮອງຮັບໄດ້ 4 ທາງ.

ພ້ອມກໍ່ສ້າງຂົວໃໝ່ອີກ 1 ຂົວ ຢູ່ທາງຕົ້ນນ້ຳ ອີກ 2 ຊ່ອງຈາລະຈອນ ເມື່ອຮວມກັບຂົວປັດຈຸບັນເປັນ 4 ຊ່ອງຈະລາຈອນ ພ້ອມປັບປຸງໃຫ້ເປັນຂົວສະເພາະລົດພຽງຢ່າງດຽວ.

ຮູບແບບທີ 3

ທັ້ງນີ້ ໃນກອງປະຊຸມໄດ້ສະຫຼຸບວ່າ ຂົວທີ່ເໝາະສົມທີ່ສຸດແມ່ນ “ຮູບແບບທີ 3” ເພາະມັນຮອງຮັບປະລິມານການຈະລາຈອນໄດ້ຫຼາຍ ແລະ ບໍ່ມີຜົນກະທົບຕໍ່ເຂດວັດຈອມມະນີ ເຊິ່ງຂົວ 2 ແຫ່ງນີ້ມີມູນຄ່າກໍ່ສ້າງສູງປະມານ 4 ຕື້ບາດ ຫຼື ປະມານ 2.000 ຕື້ກີບ.

ກອງປະຊຸມຄັ້ງທີ 3 ໄດ້ສະເໜີຂໍຮັບງົບປະມານໃນປີ 2024 ເພື່ອອອກແບບລາຍລະອຽດ ແລະ ສຶກສາປະເມີນຜົນກະທົບທາງສິ່ງແວດລ້ອມ ໂດຍໃຊ້ເວລາຢ່າງໜ້ອຍ 1 ປີ.

ໃນການກໍ່ສ້າງຂົວ ຄາດວ່າຈະເລີ່ມໃນປີ 2026 ຫາ 2028 ໃຊ້ເວລາ 3 ປີໃນການກໍ່ສ້າງ ແລະ ຈະເປີດໃຫ້ບໍລິການໃນປີ 2029.

ແຫຼ່ງຂ່າວ Dailynews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...