spot_img
Homeຂ່າວພາຍ​ໃນລາວຂາດດຸນການຄ້າ 17 ລ້ານໂດລາສະຫະລັດ ໃນເດືອນເມສາ 2023

ລາວຂາດດຸນການຄ້າ 17 ລ້ານໂດລາສະຫະລັດ ໃນເດືອນເມສາ 2023

Published on

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2023 ບັນລຸໄດ້ ປະມານ 947 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 465 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 482 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 17 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ, ສິນຄ້າສົ່ງອອກທັງໝົດ ປະມານ 465 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ​​ຄຳ​ປະ​ສົມ, ຄຳ​ແທ່ງ 87 ລ້ານໂດລາສະຫະລັດ, ເກືອກາລີ 48 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 42 ລ້ານໂດລາສະຫະລັດ, ແຮ່ທອງ 31 ລ້ານໂດລາສະຫະລັດ, ແຮ່ເຫຼັກ 25 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 23 ລ້ານໂດລາສະຫະລັດ, ມັນຕົ້ນ 21 ລ້ານໂດລາສະຫະລັດ, ໝາກກ້ວຍ 20 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ 16 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ, ສິນຄ້ານຳເຂົ້າທັງໝົດ ປະມານ 482 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບເດືອນເມສາ  ໄດ້ແກ່: ນ້ຳມັນກາຊວນ 71 ລ້ານໂດລາສະຫພລັດ, ພາຫະນະທາງບົກ 41 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 38 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 22 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 22 ລ້ານໂດລາສະຫະລັດ, ເຄື່ອງດື່ມ 22 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 19 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 16 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫຼ່ລົດ 16 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ, ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ 196 ລ້ານໂດລາສະຫະລັດ, ຫວຽດນາມ 82 ລ້ານໂດລາສະຫະລັດ, ໄທ 60 ລ້ານໂດລາສະຫະລັດ, ອົດສະຕາລີ 35 ລ້ານໂດລາສະຫະລັດ ແລະ ສິງກະໂປ 26 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ, ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ 241 ລ້ານໂດລາສະຫະລັດ, ຈີນ 144 ລ້ານໂດລາສະຫະລັດ, ຫວຽດນາມ 29 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 12 ລ້ານໂດລາສະຫະລັດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...