spot_img
Homeຂ່າວພາຍ​ໃນລັດຖະບານສືບຕໍ່ສົ່ງເສີມໂຄງການອາຫານທ່ຽງຢູ່ 49 ໂຮງຮຽນເມືອງຜົ້ງສາລີ

ລັດຖະບານສືບຕໍ່ສົ່ງເສີມໂຄງການອາຫານທ່ຽງຢູ່ 49 ໂຮງຮຽນເມືອງຜົ້ງສາລີ

Published on

ເມືອງຜົ້ງສາລີ ແຂວງຜົ້ງສາລີ ມີໂຮງຮຽນອະນຸບານ ແລະ ຊັ້ນປະຖົມທັງໝົດ 60 ແຫ່ງ; ໃນນັ້ນມີ 49 ແຫ່ງ ທີ່ໄດ້ຮັບການຈັດຕັ້ງປະຕິບັດໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ (ອະນຸບານ 2 ແຫ່ງ ແລະ ປະຖົມສົມບູນ 47 ແຫ່ງ); ປັດຈຸບັນອົງການອາຫານໂລກ ໄດ້ມອບໂຄງການດັ່ງກ່າວ ໃຫ້ລັດຖະບານລາວ ສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ກໍຄື ອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງຂອງນັກຮຽນ. ໃນສົກຮຽນປີ 2022-2023 ລັດຖະບານ ໄດ້ສະໜອງງົບປະມານອາຫານທ່ຽງ ໃຫ້ນ້ອງນັກຮຽນທັງ 49 ແຫ່ງ ດ້ວຍອັດຕາເງິນ 800 ກີບ/ຄົນ/ຄາບ.

ທ່ານ ນາງ ສາວຈັນ ລອດສຸລີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ລາຍງານໃຫ້ຮູ້ວັນທີ 10 ພຶດສະພາ 2023 ວ່າ: ພາຍຫລັງທີ່ ອົງການອາຫານໂລກໄດ້ມອບໃຫ້ລັດຖະບານລາວ, ນອກຈາກການສະໜອງງົບປະມານໃຫ້ແກ່ເດັກນ້ອຍແລ້ວ ຍັງໄດ້ດຳເນີນການຄັດເລືອກເປັນໂຮງຮຽນຕົວແບບ 5 ແຫ່ງ ຄື: ໂຮງຮຽນປະຖົມສາຍລົມ ໂຮງຮຽນປະຖົມຜົ້ງແຊັກ ໂຮງຮຽນປະຖົມພະຍາສີ ໂຮງຮຽນປະຖົມຈີ້ໂຈະ ແລະ ໂຮງຮຽນປະຖົມ ສາລາເອບີໂລ. ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ເມືອງຜົ້ງສາລີ ເຫັນໄດ້ວ່ານັກຮຽນມາໂຮງຮຽນເປັນປົກກະຕິ ບໍ່ມີອັດຕາປະລະການຮຽນ ເຮັດໃຫ້ເດັກຄ້າງຫ້ອງຫລຸດຜ່ອນ. ນອກນີ້ ຍັງສ້າງຄວາມສາມັກຄີໃຫ້ເດັກນ້ອຍ, ບໍ່ມີການແບ່ງຊົນຊັນວັນນະ ຄອບຄົວທີ່ທຸກຍາກ ຫລື ຮັ່ງມີ ທັງມີສິດໄດ້ກິນອາຫານທ່ຽງເທົ່າທຽມກັນ. ເຖິງຢ່າງໃດກໍຕາມ ການດຳເນີນໂຄງການນີ້ ກໍຍັງມີສິ່ງທ້າທາຍຫລາຍດ້ານ ເປັນຕົ້ນແມ່ນນໍ້າໃຊ້ຍັງບໍ່ພຽງພໍ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຊິນເຄີຍຄອງເດີມໃນການກິນ-ຢູ່, ອາຫານບໍ່ຫລາກຫລາຍ, ຄວາມຮູ້ ແລະ ຄວາມເຂົ້າໃຈການປະຕິບັດດ້ານໂພຊະນາການ ແລະ ອື່ນໆ.

ໃນໄລຍະຜ່ານມາ ໂຄງການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ຖືກຈັດຕັ້ງປະຕິບັດໂດຍກົງ ໃນໂຮງຮຽນ 707 ແຫ່ງຢູ່ 11 ແຂວງຂອງ ສປປ ລາວ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ວຽງຈັນ, ນະຄອນຫລວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື. ນອກນີ້, ຍັງສະໜັບສະໜູນ ໂຄງການອາຫານທ່ຽງໃນໂຮງຮຽນ ທີ່ມອບໃຫ້ລັດຖະບານ 1.430 ແຫ່ງຢູ່ 8 ແຂວງ ຄື: ແຂວງ ຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ຄຳມ່ວນ, ສາລະວັນ, ເຊກອງ, ອັດຕະປື.

ໂຄງການສົ່ງເສີມອານທ່ຽງໃນໂຮງຮຽນ ໄດ້ຮັບການສະໜັບສະໜູນຈາກ ອົງການອາຫານໂລກ ປະຈຳລາວ ເຊິ່ງເປັນໂຄງການໜຶ່ງທີ່ປະກອບສ່ວນສຳຄັນ ເຂົ້າໃນການບັນລຸເປົ້າໝາຍ ການສຶກສາເພື່ອທຸກຄົນ, ເດັກມາ ແລະ ຢູ່ໂຮງຮຽນ ມີສຸຂະພາບແຂງແຮງ ແລະ ມີພາວະໂພຊະນາການທີ່ດີ; ທັງເປັນການປັບປຸງໂຕຊີ້ວັດການສຶກສາຊັ້ນປະຖົມ; ສົ່ງເສີມການມີສ່ວນຮ່ວມຂອງຫລາຍຂະແໜງການ ແລະ ຫລາຍພາກສ່ວນ ເຮັດໃຫ້ການສົ່ງເສີມອາຫານທ່ຽງໃຫ້ມີຄວາມຍືນຍືນ; ທັງເປັນການຄໍ້າປະກັນສະບຽງອາຫານ; ເສີມສ້າງຄວາມອາດສາມາດ ໃນການບໍລິຫານໂຮງຮຽນ, ເຊື່ອມສານຫລັກໂພຊະນາການ ເຂົ້າໃນການຮຽນ- ການສອນ.

ທີ່ມາ ປະເທດລາວ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...