Homeຂ່າວພາຍ​ໃນມວຍລາວເຂົ້າຊິງຫຼຽນຄຳ 3 ຮຸ່ນໃນຊີເກມຄັ້ງທີ 32

ມວຍລາວເຂົ້າຊິງຫຼຽນຄຳ 3 ຮຸ່ນໃນຊີເກມຄັ້ງທີ 32

Published on

ສຸດຍອດມວຍລາວສາມາດໂຊຟອມເດັ່ນເຂົ້າຊິງຫຼຽນຄຳທັງ 3 ລຸ້ນ ໃນງານມະຫະກຳກິລາ ຊີເກມບຄັ້ງທີ 32 ທີ່ກຳປູເຈຍເປັນເຈົ້າພາບ ເຊິ່ງມີດັ່ງນີ້:

ສຸກນາ ແກ້ວຕະລາດ ຊະນະ ຫວຽດນາມ ໃນຮຸ່ນນໍ້າໜັກ 54 ກິໂລກຼາມ ໃນວັນທີ 8 ພຶດສະພາ 2023 ໄດ້ຜ່ານເຂົ້າຮອບຊີງຫຼຽນຄໍາ ກັບເຈົ້າພາບ ກຳປູເຈຍ ໃນວັນທີ 10/5/2023

ອັດທະໄຊ ສີຫາບຸດ ຊະນະຄະແນນ ນັກມວຍຈາກ ຟິລິປິນ ຮຸ່ນນໍ້າໜັກ 60 ກິໂລກຼາມ ຜ່ານເຂົ້າຊີງຫຼຽນຄໍາ ໄປພົບນັກມວຍເຈົ້າພາບທີ່ຊະນະນ໋ອກນັກມວຍຈາກມາເລເຊຍ ຊຶ່ງນັດຊີງຫຼຽນຄໍາຈະຈັດຂຶ້ນໃນວັນທີ11/5/2023

ສຸບິນ ບັນຊາເດດ ຊະນະຄະແນນ ມຽນມາ ຊຶ້ງເປັນຄົນທີ 3 ຂອງທັບນັກກິລາມວຍລາວ ຫຼື ມວຍກຸນຂະແມ ໄດ້ຜ່ານເຂົ້າຫຼຽນຄຳພົບນັກກິລາເຈົ້າພາບ ກຳປູເຈຍ ທີ່ຊະນະນັກມວຍຈາກ ສສ ຫວຽດນາມ ຮຸ່ນນໍ້າໜັກ 60 ກິໂລກຼາມ ຊຶ່ງຮອບຊີງຈະຈັດຂຶ້ນໃນວັນທີ 11/5/2023 ນີ້.

ບົດຄວາມຫຼ້າສຸດ

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...