spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ຈັບຜູ້ຖືກຫາຄະດີຢາເສບຕິດພ້ອມຂອງກາງຢາບ້າ 6 ມັດ

ເຈົ້າໜ້າທີ່ຈັບຜູ້ຖືກຫາຄະດີຢາເສບຕິດພ້ອມຂອງກາງຢາບ້າ 6 ມັດ

Published on

ຕາມການໃຫ້ຂໍ້ມູນຂອງໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ : ໃນວັນທີ 17 ຫາ 27 ມີນາ 2023 ຜ່ານມານີ້ໄດ້ຮັບແຈ້ງຄວາມຈາກ ພົນລະເມືອງດີ ວ່າ : ມີກຸ່ມຄົນບໍ່ດີເຄືອນໄຫວຄ້າ-ຂາຍ, ມົ້ວສຸມເສບຢາເສບຕິດຢູ່ເຂດບ້ານ ຈຽງອິນ ແລະ ບ້ານຫົວຂົວ ເມືອງສິງ.

ດັ່ງນັ້ນ ຈຶ່ງໄດ້ຈັດຕັ້ງໜ່ວຍວິຊາສະເພາະລົງໄປກວດກາແຫຼ່ງຂ່າວສາມາດກັກຜູ້ຖືກຫາໄດ້ 05 ຄົນ ຊື່ນາງ ອີເຊາະ ອາຍຸ 55 ປີ, ປະຊາຊົນບ້ານປ່າພຸກ ພ້ອມຂອງກາງຢາບ້າ 04 ເມັດ, ທ້າວ ຊືປາ ອາຍຸ 28 ປີ, ປະຊາຊົນຢູ່ບ້ານປ່າພຸກ, ທ້າວ ສາຕື ອາຍຸ 46 ປີ, ພັກເຊົາຢູ່ບ້ານ ຈຽງອິນ ພ້ອມຂອງກາງຢາບ້າ 123 ເມັດ, ທ້າວ ຊຽງສົມຈັນ ອາຍຸ 54 ປີ ຢູ່ບ້ານຫົວຂົວ ພ້ອມຂອງກາງຢາບ້າ 353 ເມັດ ທັງ 4 ຄົນ ຢູ່ເມືອງສິງ ແຂວງຫຼວງນ້ຳທາ ແລະທ້າວ ຄຳຈັນ ອາຍຸ 35 ປີ, ປະຊາຊົນຢູ່ບ້ານອ່າງ ເມືອງ ແປກ ແຂວງຊຽງຂວາງ ພ້ອມຂອງກາງຢາບ້າ 11 ເມັດ.

ຜ່ານການສືບສວນ-ສອບສວນທັງ 5 ຄົນໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າຈຳນວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ພົວພັນຊື້-ຂາຍ ນຳພວກຮ່ວມຂະບວນການດຽວກັນຢູ່ ເມືອງສິງ ຈຸດປະສົງ : ແມ່ນຊື້ມາເພື່ອໄວ້ເສບ ແລະ ຂາຍຍ່ອຍ. ປັດຈຸບັນຜູ່ຖືກຫາທັງ 05 ຄົນ ແລະ ຂອງກາງຢາເສບຕິດ (ປະເພດຢາບ້າ) ຈຳນວນ 491 ເມັດ ແມ່ນໄດ້ສົ່ງໃຫ້ທາງພະແນກທີ່ກ່ຽວຂ້ອງ ປກສ ແຂວງຫຼວງນ້ຳທາ ສືບຕໍ່ຂະຍາຍຜົນຫາກຸ່ມແກ້ງ ພັກພວກຮ່ວມຂະບວນການດຽວກັນ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 10 ເມສາ 2023 ທາງໜ່ວຍງານຄະດີອາຍາ ປກສ ເມືອງຫຼວງນ້ໍາທາ ສົມທົບກັບ ຫ້ອງການ ປກສ ບໍລິການ ປະຊາຊົນ ກຸ່ມທົ່ງໄຈ້ເໜືອ ລົງມ້າງຄະດີຢາເສບຕິດ ສາມາດກັກໄດ້ຜູ້ຖືກຫາ 1 ຄົນ ຊື່ ນາງ ຊີ ຊົ່ງ ອາຍຸ 27 ປີ, ປະຊາຊົນ ບ້ານຫາດຍາວ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 6 ມັດກັບ 2.280 ເມັດ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ ນາງ ຊີ ຊົ່ງ ໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າ ຈຳນວນ ດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ເຊິ່ງໄດ້ພົວພັນຊື້-ຂາຍ ນຳພວກຮ່ວມຂະບວນການດຽວກັນຢູ່ ແຂວງບໍ່ແກ້ວ. ຈຸດປະສົງ : ແມ່ນຊື້ມາເພື່ອຂາຍຍ່ອຍ. ປະຈຸບັນ ທາງເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຫາກຸ່ມແກ້ງພັກພວກ ມາດຳເນີນຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...