spot_img
Homeຂ່າວຕ່າງປະເທດລັດຖະບານອົດສະຕຣາລີປະກາດ ກວາດລ້າງຢາສູບໄຟຟ້າ

ລັດຖະບານອົດສະຕຣາລີປະກາດ ກວາດລ້າງຢາສູບໄຟຟ້າ

Published on

ໃນວັນທີ 2 ພຶດສະພາ 2023 ຜ່ານມາ, ລັດຖະບານອົດສະຕຣາລີປະກາດ ກວາດລ້າງຢາສູບໄຟຟ້າ ຫຼັງກວດສອບພົບວ່າອຸດສາຫະກຳນີ້ມີການຄວບຄຸມທີ່ບໍ່ທີ່ບໍ່ຮັດກຸມ ແລະ ມີການລັັກລອບຈຳໜ່າຍໃນຕະຫຼາດມືດຫຼາຍຂຶ້ນ ສົ່ງຜົນໃຫ້ເດັກໄວຮຸ່ນເສບຕິດນິໂຄຕິນເພີ່ມຫຼາຍຂຶ້ນ.

ໂດຍຈະຫ້າມການຈຳໜ່າຍຢາສູບໄຟຟ້າແບບໃຊ້ແລ້ວຖິ້ມທຸກຮູບແບບ, ລະງັບການນຳເຂົ້າຢາສູບໄຟຟ້າແບບທີ່ບໍ່ມີໃບສັ່ງແພດ, ແລະ ບັງຄັບໃຫ້ຜູ້ຈຳໜ່າຍ ໃຫ້ມີການຫຸ້ມຫໍ່ໃຫ້ຄ້າຍຄືກັບອຸປະກອນການແພດ ຕະຫຼອດຮອດການຈຳກັດລົດຊາດ, ສີ, ຄວາມເຂັ້ມຂຸ້ນຂອງນິໂກຕິນ, ແລະ ສ່ວນປະສົມອື່ນໆ.

ທັງນີ້ງົບປະມານຂອງລັດຖະບານກາງອົດສະຕຣາລີ ກຽມທີ່ຈະອອກໃນອາທິດໜ້າລວມ 234 ລ້ານໂດລາອົດສະຕຣາລີ ຫຼື ປະມານ 155 ລ້ານໂດລາສະຫະລັດ ສຳລັບມາດຕະການການປ້ອງກັນທີ່ເກີດຈາກຢາສູບ ແລະ ການໄອ.

ຢ່າງໃດກໍຕາມອົດສະຕຣາລີມີກົດໝາຍຕໍ່ຕ້ານການສູບຢາສູບໄຟຟ້າທີ່ເຂັ້ມງວດທີ່ສຸດແຫ່ງນຶ່ງຂອງໂລກໃນປີ 2012.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...