Homeຂ່າວພາຍ​ໃນມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022

ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022

Published on

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະ ຈຳປີ 2022 ຂຶ້ນໃນທ້າຍອາທິດຜ່ານມາ, ປາຖະກະຖາໂດຍ ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນ ຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ອະດີດການນໍາກອງບັນ ຊາການ, ພ້ອມດ້ວຍພະນັກງານອາວຸໂສບໍານານ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ພົຈວ ສີວອນ ໄຊຍະວົງ ໄດ້ຍົກໃຫ້ເຫັນວ່າ: ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ປະຊາ ຊົນ ເລີ່ມແຕ່ມື້ສ້າງຕັ້ງເຖິງປັດຈຸບັນ ເຫັນໄດ້ວ່າ ກຳລັງປ້ອງກັນຄວາມສະຫງົບ ແມ່ນກຳລັງປະກອບອາວຸດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເຊິ່ງຢູ່ໃຕ້ການນໍາພາ-ຊີ້ນໍາ ເດັດຂາດ, ໂດຍກົງຮອບດ້ານຂອງ ພັກປະຊາຊົນ ປະຕິວັດລາວ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ, ມີພາລະບົດບາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ, ປະເທດລາວເຮົາ ໄດ້ຖືກພວກລ່າເມືອງຂຶ້ນຕ່າງຊາດຮຸກຮານມາເປັນເວລາຍາວນານ, ປະຊາຊົນລາວຖືກກົດຂີ່, ຂົ່ມເຫັງທົນທຸກທໍ ລະມານມາຫຼາຍຮ້ອຍປີ, ບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ເພື່ອກອບກູ້ເອົາເອກະລາດ, ປົກປັກຮັກສາຜືນແຜນດິນທີ່ແສນຮັກ ແລະ ຫວງແຫນນີ້ໄວ້ດ້ວຍຊີວິດເລືອດເນື້ອຈົນບໍ່ສາມາດພັນລະນາໄດ້.

ໃນພິທີ, ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໃຫ້ ບັນດາຮາກຖານພັກ, ໜ່ວຍພັກ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງອຸດົມໄຊ ຈຳນວນ 11 ໜ່ວຍ ພັກ, ຍ້ອງຍໍຜົນງານປະເພດຕ່າງໆ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ປກສ ແຂວງ ຈຳນວນ 1.083 ສະຫາຍ, ໃຫ້ກຽດມອບໂດຍ ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...