spot_img
Homeຂ່າວຢາເສບຕິດຈັບຕົວ 3 ຜູ້ຕ້ອງຫາ ຂົນຢາເສບຕິດຈຳນວນຫຼາຍ

ຈັບຕົວ 3 ຜູ້ຕ້ອງຫາ ຂົນຢາເສບຕິດຈຳນວນຫຼາຍ

Published on

ໃນຄັ້ງວັນທີ 20 ເມສາ 2023 ຜ່ານມາ ເຈົ້້າໜ້າທີ່ຕຳຫຼວດປະຈຳຈຸດນໍ້າເກີງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະເຂົ້າ-ອອກ, ຮອດເວລາປະມາ 14 ໂມງ 30 ນາທີໄດ້ພົບເຫັນລົດຈີບ ຢີ່ຫໍ້ MAZDA ສີປອນທອງ, ປ້າຍທະບຽນ ຂຫ 8899 ຫຼວງພະບາງ ແລ່ນມາແຕ່ ເມືອງ ຕົ້ນເຜີ້ງ ມຸ່ງໜ້າໄປ ເມືອງ ຫ້ວຍຊາຍ.

ຜ່ານການກວດກາລົດຄັນດັ່ງກ່າວ ເຫັນວ່າມີການດັດແປງສະພາບເຕັກນີກ ຜູ້ຂັບຂີ່ມານຳຈຳນວນ 03 ຄົນ (ໂຊເຟີ່ 1 ຄົນ)ໃນເວລາທີ່ເຈົ້້າໜ້າທີ່ພວມກວດກາລົດຢູ່ນັ້ນເຫັນວ່າພວກກ່ຽວມີທ່າທາງຜິດປົກກະຕິ ຈື່ງປະສານຫາພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຂື້ນໄປສົມທົບພ້ອມນຳເອົາລົດມາກວດກາຢູ່ກອງບັນຊາການ ປກສ ແຂວງ, ຜ່ານການກວດກາເຫັນວ່າລົດຄັນດັ່ງກ່າວມີການດັດແປງສະພາບເຕັກນີກແທ້ ແລະ ຊຸກເຊື່ອງຢາເສບຕິດປະເພດ ເຮໂຣອີນ ຈໍານວນ 400 ແທ່ງ ໜໍ້າໜັກ 160 ກິໂລກຼາມ.

ເຈົ້າໜ້າທີ່ໄດ້ຈັບຕົວຊາຍໜຸ່ມ 3 ຄົນຄຶ: 1.ທ້າວ ຈາ ເລົາ, ອາຍຸ 25 ປີ, ອາຊີບເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, 2.ທ້າວ ເຈຍ ເລົາ ຫຼື ວຽງໄຊ ເລົ່າ, ອາຍຸ 29 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, 3.ທ້າວ ຄຳແສງ ຊົ່ງ ຫຼື ຕຸ ຊົງ ອາຍຸ 28 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ເຄື່ອງຂອງກາງທີ່ຍຶດໄດ້ມີ ເຮໂຣອີນ ຈຳນວນ 400 ແທ່ງ , ມີນ້ຳໜັກ 160 ກິໂລກຼາມ (ລວມທັງການຫຸ່ມຫໍ່, ລົດຈີບຢີ່ຫໍ້ MAZDA, ລຸ້ນ CX9 4WD, ສີປອນທອງ, ປ້າຍທະບຽນ ຂຫ 8899 ຫຼວງພະບາງ, ໂທລະສັບມຶຖຶ ຈໍານວນ 06 ໜ່ວຍ, ສາຍຄຳເຫຼຶອຄ້າຍຄືຄໍາຈໍານວນ 01 ເສັ້ນ, ແຫວນມຶທອງເຫຼືອງຈໍານວນ 01 ວົງ; ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະພວມດໍາເນີການສືບສວນ-ສອບສວນ ຂະຫຍາຍຜົນຕໍ່ໄປ.
ຂ່າວ: ປກສ ບໍ່ແກ້ວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...