spot_img
Homeຂ່າວພາຍ​ໃນໂຈະຮັບເອກະສານການຂໍອະນຸຍາດດຳເນີນການບໍລິການຈັດຫາງານຊົ່ວຄາວ

ໂຈະຮັບເອກະສານການຂໍອະນຸຍາດດຳເນີນການບໍລິການຈັດຫາງານຊົ່ວຄາວ

Published on

ອີງຕາມ ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0888 / ຮສສ, ລົງວັນທີ 18 ມີນາ 2022;

ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1481/ຫສນຍ, ລົງວັນທີ 14 ຕຸລາ 2022 ຕອນທ້າຍຂໍ້ທີ 1 ທີ່ຊີ້ນໍາວ່າ ໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ປະເມີນຄືນ ບັນດາບໍລິສັດຈັດຫາງານ ຖ້າບໍລິສັດໃດຫາກບໍ່ປະຕິບັດຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງ ແມ່ນໃຫ້ ກ້າວໄປສູ່ການຖອນໃບອະນຸຍາດ.

ເພື່ອເຮັດໃຫ້ ການຈັດຫາງານຂອງບັນດາວິສາຫະກິດຈັດຫາງງານ ທີ່ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມໄດ້ອະນຸຍາດໄປແລ້ວ ໄດ້ຮັບການປັບປຸງ ເພື່ອຫັນເຂົ້າສູ່ການມີຄຸນນະພາບສູງຂຶ້ນ ຕາມທິດຊີ້ນໍາຂອງຂັ້ນເທິງ ທີ່ຖື ເອົາຄຸນນະພາບຂອງການໃຫ້ການບໍລິການເປັນກົກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຄວາມຈໍາເປັນຕ້ອງ ໄດ້ດໍາເນີນການປະເມີນຈັດລະດັບການດໍາເນີນທຸລະກິດຂອງບັນດາບໍລິສັດຈັດຫາງງານທັງຫມົດທີ່ກໍາລັງເຄື່ອນໄຫວຢູ່ໃນ ປະຈຸບັນ ໂດຍຈະເລີ່ມແຕ່ວັນທີ 02 ພຶດສະພາ 2023 ເປັນຕົ້ນໄປ ຈົນຮອດວັນທີ 31 ກໍລະກົດ 2023 ເປັນຢ່າງໄວ.

ຫ້ອງການ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງການມາຍັງບັນດາທ່ານ ແລະ ທຸກພາກສ່ວນ ຊາບວ່າ: ໃນຊ່ວງໄລຍະເວລາດັ່ງກ່າວມາຂ້າງເທິງນັ້ນ ກະຊວງຈະໂຈະການຮັບເອກະສານ ທີ່ມີຈຸດປະສົງ ເພື່ອສະເຫນີ ຂໍອະນຸຍາດສ້າງຕັ້ງ ຫຼື ດໍາເນີນທຸລະກິດກ່ຽວກັບການບໍລິການຈັດຫາງານໄປກ່ອນ ເມື່ອສິ້ນສຸດເວລາຂອງການໂຈະ ຈະ ໄດ້ແຈ້ງໃຫ້ຊາບຢ່າງເປັນທາງການກ່ຽວກັບການສືບຕໍ່ຮັບການສະເຫນີຂໍອະນຸຍາດຕາມລະບຽບການທີ່ມີຢູ່. ສໍາລັບການ ສະເຫນີມາກ່ອນວັນທີ 02 ພຶດສະພາ 2023 ກະຊວງຈະສືບຕໍ່ພິຈາລະນາຕາມຄວາມເຫມາະສົມກັບສະພາບ ແລະ ເງື່ອນໄຂຕາມຄວາມພ້ອມຕົວຈິງຂອງຜູ້ສະເຫນີ ແລະ ຕາມລະບຽບການທີ່ມີຢູ່.

ไม่มีคำอธิบายรูปภาพ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...