spot_img
Homeຂ່າວພາຍ​ໃນປກສ ແຂວງບໍລິຄໍາໄຊ ລົງກວດກາການສັນຈອນຕາມເສັ້ນທາງ 13 ໃຕ້ ເຂດເສັ້ນທາງກໍ່ສ້າງໃໝ່

ປກສ ແຂວງບໍລິຄໍາໄຊ ລົງກວດກາການສັນຈອນຕາມເສັ້ນທາງ 13 ໃຕ້ ເຂດເສັ້ນທາງກໍ່ສ້າງໃໝ່

Published on

ເພື່ອການເປັນເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະກວດກາການສັນຈອນຕາມທ້ອງຖະໜົນຫຼວງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເພື່ອຄວາມປອດໄພຂອງນັກຂັບຂີ່ ແລະ ກວດກາການສັນຈອນກ່ອນບຸນປີໃໝ່ລາວ ພສ 2566 ທີ່ຈະມາເຖິງນີ້; ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງບໍລິຄໍາໄຊ, ນໍາໂດຍ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ພ້ອມທີມງານໄດ້ລົງເຄື່ອນໄຫວໂຄສະນາ, ກວດກາການສັນຈອນຕາມເສັ້ນທາງ 13 ໃຕ້ ເຂດເສັ້ນທາງກໍ່ສ້າງໃໝ່ທີ່ສຳເລັດແລ້ວ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ.

อาจเป็นรูปภาพของ 1 คน

ການລົງເຜີຍແຜ່ໃນຄັ້ງນີ້ ທີ່ມການແມ່ນໄດ້ໂຄສະາ ແລະ ກວດກາສະພາບການສັນຈອນຕາມດໍາລັດ ເລກທີ 568/ລບ ວ່າດ້ວຍການປັບໃໝຜູ້ລະເມີດກົດໝາຍຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ແລະ ວິທີປ້ອງກັນ, ການສັນຈອນ ຫຼື ການຍ່າງຕາມເສັ້ນທາງ, ການຂັບຂີ່ລົດຈັກທຸກຄັ້ງ ຕ້ອງໃສ່ໝວກກັນກະທົບທັງຜູ້ຂັບ ແລະ ຜູ້ຊ້ອນ.

อาจเป็นรูปภาพของ 4 คน และ ถนน

ອຸປະຕິເຫດແຕ່ເດືອນມັງກອນ ຫາ ເດືອນ ມີນາ ເຫັນວ່າ ຂອບເຂດ ທາງເຮັດໃໝ່ ແຕ່ບ້ານ ໂພນສະຫວ່າງ ຫຼັກ13 ຫາ ບ້ານນາສົ້ມມໍ ຫຼັກ 9 ແມ່ນມີອຸປະຕິເຫດເກີດຂຶ້ນແລ້ວ 10 ເລື່ອງ, ພາຫະນະເປ່ເພ 18 ຄັນ, ຄົນໄດ້ຮັບບາດເຈັບ 16 ຄົນ, ເກີດອຸປະຕິເຫດຕໍາຄົນຍ່າງແລ້ວໜີ 1 ເລື່ອງ ສາເຫດຍ້ອນຄວາມໄວເກີນກຳນົດ, ເຕັກນິກລົດບໍ່ຮັບປະກັນ ເຊັ່ນເບກບໍ່ດີ, ໄຟທ້າຍບໍ່ຮຸ່ງ, ໄຟຕາໜ້າບໍ່ແຈ້ງ ແລະ ປ່ຽນທິດທາງກະທັນຫັນ, ເວລາເກີດເຫດສ່ວນຫຼາຍແມ່ນໄລຍະ 18 ໂມງຫາ 23 ໂມງ, ເພື່ອປ້ອງກັນສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ພະແນກຕຳຫຼວດຈະລາຈອນ ຈຶ່ງມີແຜນການເຄື່ອນໄຫວໂຄສະນາ ຕາມບ້ານ, ໂຮງຮຽນ ແລະ ຕັ້ງຈຸດກວດກາຕະຫຼອດ 24 ຊົ່ວໂມງ, ກວດກາພາຫະນະ, ຈັບຄວາມໄວ, ກວດກາຜູ້ຂັບຂີ່, ກວດກາເອກະສານລົດ, ກຳນົດເວລາເຮັດທົດລອງ 10 ວັນ, ເລີ່ມແຕ່ວັນທີ 5 ເມສາເປັນຕົ້ນໄປ.

ທີ່ມາ ວາລະສານ ປ້ອງກັນຄວາມສະຫງົບ

อาจเป็นรูปภาพของ 1 คน, รถยนต์ และ ถนน

ບົດຄວາມຫຼ້າສຸດ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ...

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...