spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ມອບຊັບຄືນເຈົ້າຂອງເດີມ

ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ມອບຊັບຄືນເຈົ້າຂອງເດີມ

Published on

ໃນວັນທີ 31 ມີນາ 2023 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ມອບຊັບ ທີ່ຖືກຄົນບໍ່ດີລັກໄປ ໃນຄັ້ງວັນທີ 20 ທັນວາ 2022 ຜ່ານມາ ມີເຄື່ອງຂອງເສຍຫາຍຄື: ວັດຖຸຄ້າຍຄືຄຳ ຈຳນວນ 4 ບາດ, ເງີນກີບ 5,300,000 ກີບ, ເງີນບາດໄທ 4,500 ບາດ, ເງີນໂດລ່າ 30 ໂດລ່າ ສາມາດເກັບກູ້ຄືນມາໄດ້ ມີວັດຖຸຄ້າຍຄືຄໍາ 4 ບາດ ສ່ວນຂອງກາງທີ່ເຫຼືອເຈົ້າໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ກຳລັງເລັ່ງຕິດຕາມເກັບກູ້ຄືນ.

ສະນັ້ນມາໃນວັນທີ 31 ມີນາ 2023 ຜ່ານມານີ້ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງໄດ້ເຮັດບົດບັນທຶກ ມອບ-ຮັບ ເຄື່ອງຂອງກາງທີ່ເກັບກູ້ມາໄດ້ຄືນໃຫ້ເຈົ້າຂອງເດີມ ຕາງໜ້າມອບ ວັດຖຸຄ້າຍຄືຄຳ ໂດຍແມ່ນ ພັຕ ພຸດທະສິດ ໄມສິງ ຮອງໜ່ວຍງານສືບສວນ-ສອບສວນຄະດີອາຍາ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໂພນໂຮງ, ຕາງໜ້າຮັບໂດຍ ຄູບາ ສອນ ເຈົ້າອາທິການວັດບ້ານນາໂພເໜືອ ເມືອງໂພນໂຮງ ແຂວງວຽງຈັນ ໂດຍຊ່ອງໜ້າພະນັກງານ-ນັກຮົບ ແລະ ພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ: ປກສ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...