spot_img
Homeຂ່າວພາຍ​ໃນມອບລາງວັນ ແລະ ໃບຍ້ອງຍໍ ວິສາຫະກິດ ປະຕິບັດພັນທະອາກອນດີເດັ່ນ ປະຈຳປີ 2021

ມອບລາງວັນ ແລະ ໃບຍ້ອງຍໍ ວິສາຫະກິດ ປະຕິບັດພັນທະອາກອນດີເດັ່ນ ປະຈຳປີ 2021

Published on

ກະຊວງການເງິນ ຈັດພິທີມອບລາງວັນ ແລະ ໃບຍ້ອງຍໍ ໃຫ້ບັນດາວິສາຫະກິດທີ່ປະຕິບັດມອບພັນທະອາກອນດີເດັ່ນເຂົ້າງົບປະມານແຫ່ງລັດ ປະຈຳປີ 2021 ຈໍານວນ 199 ຫົວໜ່ວຍທີ່ຂຶ້ນກັບກົມສ່ວຍສາອາກອນຄຸ້ມຄອງ ໂດຍເປັນກຽດມອບລາງວັນຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ, ມີຫົວໜ້າຫ້ອງການກະຊວງການເງິນ, ຕາງໜ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ອໍານວຍການ, ຮອງຜູ້ອໍານວຍການ, ຕາງໜ້າຫົວໜ່ວຍທຸລະກິດ, ຄະນະພະແນກອ້ອມຂ້າງກົມສ່ວຍສາອາກອນ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ໃຫ້ຮູ້ວ່າ: ການມອບລາງວັນ ແລະ ໃບຍ້ອງຍໍໃຫ້ບັນດາວິສາຫະກິດໃນຄັ້ງນີ້ ເປັນຈຸດເລີ່ມຕົ້ນໃນການສ້າງມາດຕະຖານ, ການສ້າງຄວາມຕື່ນຕົວ ແລະ ເປັນການຍ້ອງຍໍໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ປະກອບສ່ວນເຂົ້າໃນການ ມອບພັນທະອາກອນ ໃຫ້ແກ່ລັດຖະບານ ເພື່ອສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ພ້ອມກັນນີ້,ຍັງເປັນແບບຢ່າງທີ່ດີເດັ່ນ ໃຫ້ແກ່ຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ເຊິ່ງກົມສ່ວຍສາອາກອນ, ຈະສືບຕໍ່ຂະຫຍາຍໄປໃນຂອບເຂດທົ່ວປະເທດ ເພື່ອໃຫ້ເປັນມາດຖານໃນການຍົກລະດັບ ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະໄດ້ດີ, ຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນມອບເຂົ້າງົບປະມານແຫ່ງລັດຖືກຕ້ອງຄົບຖ້ວນ.

อาจเป็นรูปภาพของ 2 คน และ ผู้คนกำลังยืน

ສໍາລັບການຍ້ອງຍໍດັ່ງກ່າວ, ໃນປີຜ່ານມາເຫັນວ່າມີຜົນຕອບຮັບເປັນຢ່າງດີ, ຊຶ່ງບັນດາຫົວໜ່ວຍທຸລະກິດມີຄວາມຕື່ນຕົວ, ປັບປຸງທຸລະກິດຕົນເອງຫລາຍຂຶ້ນ ໃນການປະຕິບັດລະບຽບກົດໝາຍ ແລະ ຮັກສາມາດຕະຖານຕົນເອງໃນການປະກອບສ່ວນພັນທະອາກອນ, ຊຶ່ງກົມສ່ວຍສາອາ ກອນ, ໄດ້ຄົ້ນຄວ້າ, ກຳນົດມາດຕະຖານໄວ້ຢູ່ 4 ເງື່ອນໄຂ ຄື: ວິສາຫະກິດທີ່ມີການແຈ້ງ-ມອບອາ ກອນປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນໃນປີ 2021; ວິສາຫະກິດທີ່ມາຍື່ນບົດລາຍງານການເງິນ ປະຈຳປີ 2020; ບໍ່ມີໜີ້ຄ້າງມອບໃນລະບົບ TaxRIS ແລະ ຈາກບົດບັນທຶກກວດກາໃນປີ 2021; ບໍ່ມີປັບໃໝຊັກຊ້າ ຈາກການແຈ້ງມອບອາກອນປົກກະຕິ, ລວມມີທັງໝົດ 154 ຫົວໜ່ວຍໄດ້ຮັບການຍ້ອງຍໍດີເດັ່ນປະເພດ 1 ໄດ້ຮັບໂລ້ລາງວັນ ແລະ ໃບຍ້ອງຍໍຂັ້ນກະຊວງ; ຍ້ອງຍໍດີເດັ່ນປະເພດ 2 ແມ່ນວິສາຫະກິດມີການປະຕິບັດ 3 ໃນ 4 ເງື່ອນໄຂມີທັງໝົດ 45 ຫົວໜ່ວຍໄດ້ຮັບໃບຍ້ອງຍໍດີເດັ່ນຈາກກົມສ່ວຍສາອາກອນ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ໃນໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງການເງິນ ໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ໂດຍສະເພາະການຫັນການຄຸ້ມຄອງວຽກງານລາຍຮັບ-ລາຍຈ່າຍງົບປະມານ ໄປສູ່ລະບົບທັນສະໄໝ, ສ້າງຄວາມເຂັ້ມແຂງທາງດ້ານການເງິນ-ງົບປະມານ, ພ້ອມທັງຄົ້ນຄວ້າສ້າງສິ່ງອໍານວຍຄວາມສະດວກ, ສົ່ງເສີມທຸລະກິດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໃນຂອບເຂດທົ່ວປະເທດ, ຫລຸດຜ່ອນສິ່ງອຸດຕັນກີດຂວາງໃນການດຳເນີນທຸລະກິດ ແລະ ເປັນບ່ອນອີງໃນການຄົ້ນຄວ້າສ້າງສິ່ງອຳນວຍຄວາມສະດວກ ໃຫ້ບັນດາວິສາຫະກິດຈັດເຂົ້າເປັນລາຍຊື່ວິສາຫະກິດທີ່ມີຄວາມສ່ຽງຕໍ່າໃນການກວດກາ ຫລັງການແຈ້ງ-ມອບພັນທະອາກອນ; ໃຫ້ສິດທິປ່ອງບໍລິການພິເສດ ເປັນຜູ້ເສຍອາກອນ VIP ໃນການຂໍໃບຢັ້ງຢືນມອບພັນທະອາກອນປະຈຳປີ, ພ້ອມທັງໄດ້ຮັບການອຳນວຍຄວາມສະດວກໃນການສະໜອງຂໍ້ມູນ, ຂໍ້ສົງໃສໃນການແຈ້ງມອບອາກອນແບບວ່ອງໄວ; ອອກຂ່າວປະຊາສຳພັນເປັນຜູ້ເສຍອາກອນດີເດັ່ນ ຜ່ານສື່ໂຄສະນາຂອງກະຊວງການເງິນ ແລະ ຊື່ສຽງທີ່ດີໃນການດຳເນີນທຸລະກິດ (Goodwill), ສ້າງຄວາມໜ້າເຊື່ອຖືໃຫ້ລູກຄ້າ, ນັກລົງທຶນ ແລະ ສັງຄົມ; ການໃຫ້ນະໂຍບາຍ ແລະ ສິດທິພິເສດໃນການນໍາ ເຂົ້າ-ສົ່ງອອກສິນຄ້າ, ການແຈ້ງມອບພັນທະຕ່າງໆ, ການອອກໃບຢັ້ງຢືນການມອບອາກອນ ແລະ ອື່ນໆ.

ຄຽງຄູ່ກັນນີ້, ເປັນນະໂຍບາຍເພື່ອສົ່ງເສີມ ແລະ ກະຕຸ້ນການແຂ່ງຂັນທາງດ້ານທຸລະກິດທີ່ສ້າງສັນ, ເພື່ອໃຫ້ບໍລິສັດ ເປັນແບບຢ່າງທີ່ດີໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ຍັງບໍ່ທັນປະຕິບັດພັນທະປະເພດຕ່າງໆຕາມລະບຽບກົດໝາຍໃຫ້ຫັນມາສົນໃຈ ແລະ ປະຕິບັດພັນທະອາກອນ ແລະ ພັນທະຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຈະຂະຫຍາຍໄປໃນຂອບເຂດທົ່ວປະເທດ.

ຂ່າວ ກະຊວງການເງິນ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...