spot_img
Homeຂ່າວພາຍ​ໃນນັກສຶກສາລາວ ໄດ້ຮັບລາງວັນ ຊະນະເລີດການວັດແທກຄວາມຊຸ່ມຂອງດິນ

ນັກສຶກສາລາວ ໄດ້ຮັບລາງວັນ ຊະນະເລີດການວັດແທກຄວາມຊຸ່ມຂອງດິນ

Published on

ຄະນະນັກສຶກສາລາວຈາກພາກວິຊາວິສະວະກໍາ ຄອມພີວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບລາງວັນຊະນະເລີດ “ ການວັດແທກຄວາມຊຸ່ມຂອງດິນ ”ຈາກຄະນະກໍາມາທິການແມ່ນໍ້າຂອງ ສາກົນ ພາຍໃຕ້ໂຄງການແຂ່ງຂັນເຕັກໂນໂລຊີການຕິດຕາມແມ່ນໍ້າຂອງ (MRC River Monitoring Technology Competition).

May be an image of 18 people and people standing

ພິທີມອບລາງວັນ ຈັດຂຶ້ນໃນວັນທີ 3 ເມສາ 2023 ທີ່ຫໍປະຊຸມແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ, ຄະນະນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນໂດຍໄດ້ນໍາສະເໜີນະວັດຕະກໍາປະດິດສ້າງເຂົ້າໃນໂຄງການແຂ່ງຂັນເຕັກໂນໂລຊີການຕິດຕາມແມ່ນໍ້າຂອງ (MRC River Monitoring Technology Competition) ພາຍໃຕ້ໂຄງການດັ່ງກ່າວປະກອບມີ 4 ປະເທດເຂົ້າຮ່ວມໄດ້ແກ່: ລາວ, ໄທ, ຫວຽດນາມ, ກຳປູເຈຍ.

May be an image of one or more people and people standing

ໃນນັ້ນລາຍການແຂ່ງ ຂັນປະກອບມີ 4 ໝວດ ຄື : ຄວາມຊຸ່ມຂອງດິນ (Soil Moisture) , ກວດກາລະດັບນໍ້າ, (Water Level), ລະດັບຝົນຕົກ( Rainfall), ຄຸນນະພາບນໍ້າ (Water Quality) ແລະ ມີທັງໝົດ 14 ທີມເຂົ້າຮ່ວມ ຈາກ 11 ມະຫາວິທະຍາໄລ.

ທ່ານ ພອນປະເສີດ ສີໃສແກ້ວ ຕາງໜ້າໃຫ້ກຸ່ມນັກສຶກສາລາວທີ່ໄດ້ຮັບລາງວັນໄດ້ໃຫ້ສໍາພາດວ່າ ” ພວກເຮົາໄດ້ເຫັນເຖິງຄວາມສຳຄັນ ຂອງດິນທີ່ລຽບຕາມຝັ່ງແມ່ນໍ້າຂອງ ແລະ ບັນຫາຕ່າງໆທີ່ຈະເກີດຂຶ້ນຈຶ່ງໄດ້ເລືອກຫົວຂໍ້ ຄວາມຊຸ່ມດິນ (Soil Moisture) ແລະ ຄິດຄົ້ນການສ້າງອຸປະກອນທີ່ເປັນນະວັດຕະກຳນີ້ຂຶ້ນມາໃໝ່ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມມາແຕ່ເດືອນຕຸລາປີ 2022.

ຫລັງຈາກພວກເຮົາໄດ້ຜ່ານການຄັດເລືອກເປັນຕົວແທນຈາກປະເທດລາວ ກໍໄດ້ເຂົ້າຮ່ວມງານ MRC Pitching Workshop ທີ່ບາງກອກປະເທດໄທ ໃນເດືອນມັງກອນປີ 2023 ພາຍຫລັງກັບມາຈາກບາງກອກພວກເຮົາກໍໄດ້ເລີ່ມສ້າງນະວັດຕະກຳຂອງພວກເຮົາ ແລະ ໄດ້ຂຶ້ນນຳສະເໜີໃນວັນທີ 30-31 ມີນາ 2023 ທີ່ກອງເລຂາກໍາມາທິການແມ່ນໍ້າ Mekong River Commission Secretariat ຜ່ານການນຳສະເໜີຈົບໄປແລ້ວນັ້ນເຫັນວ່າທີມໄດ້ລາງ ວັນທີ 1 ໃນໝວດການວັດແທກຄວາມຊຸ່ມຂອງດິນ (Soil Moisture) ”

อาจเป็นรูปภาพของ 1 คน และ กำลังยืน

ທີ່ມາ laonational radio

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...