spot_img
Homeຂ່າວພາຍ​ໃນຄະນະຜູ້ແທນ ປກສ ກິ່ງແຂວງສິບສອງພັນນາ ສປ ຈີນ ພົບປະ ແລະ ເຮັດວຽກກັບຄະນະນໍາ ປກສ ນວ ສປປ ລາວ

ຄະນະຜູ້ແທນ ປກສ ກິ່ງແຂວງສິບສອງພັນນາ ສປ ຈີນ ພົບປະ ແລະ ເຮັດວຽກກັບຄະນະນໍາ ປກສ ນວ ສປປ ລາວ

Published on

ໃນວັນທີ 28 ມີນາ 2023 ທ່ານ ຫຼີ້ ລີ ຫົວໜ້າກອງບັນຊາການ ປກສ ກິງແຂວງສິບສອງພັນນາ ສາທາລະນະລັດປະຊາຊົນຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ນໍາກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສປປ ລາວ ເຂົ້າຮ່ວມ.

ໃນການພົບປະຢ້ຽມຢາມ ແລະເຮັດວຽກ ຄັ້ງນີ້, ພົຈວ ປອ ບົວພັນ ຟອງມະນີ ໄດ້ລາຍງານສະພາບ ຈຸດພິເສດ, ທີ່ຕັ້ງ ຂອງນະຄອນຫຼວງວຽງຈັນ ໃຫ້ຄະນະຜູ້ແທນ ກອງບັນຊາການ ປກສ ກິ່ງແຂວງສິບສອງພັນນາ ສປ ຈີນ ຮັບຮູ້ວ່າ: ປັດຈຸບັນ ມີພົນລະເມືອງຈີນ ມາພັກເຊົາ, ຄ້າຂາຍ ແລະ ດໍາເນີນທຸລະກິດ ຢູ່ນະຄອນຫຼວງວຽງຈັນ ມີປະມານ 7500 ກ່ວາຄົນ, ມີ 31 ບໍລິສັດ ຈາກ ສປ ຈີນ ມາລົງທຶນ, ມີ 20 ໂຄງການ ເປັນຕົ້ນແມ່ນໂຄງການລົງທຶນສຳປະທານພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ, ໂຄງການລົງທຶນພັດ ທະນາ ເຂດເສດຖະກິດກວມລວມໄຊເສດຖາ, ໂຄງການລົງທຶນສ້າງສູນການຄ້າ-ຕະຫຼາດ 6 ແຫ່ງ, ໂຄງການລົງທຶນສ້າງໂຮງໝໍ, ຂົງເຂດພະລັງງານໄຟຟ້າ, ບໍ່ແຮ່, ໂຮງງານອຸດສະຫະກຳ ກະສິກຳ-ປູກຝັງລ້ຽງສັດ ແລະ ອື່ນໆ. ນອກນັ້ນ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລ້າ ໃນການກໍ່ສ້າງໂຮງໝໍສູນກາງ ມະໂຫສົດ, ໂຄງການສ້າງໂຮງຮຽນ ມັດຖະຍົມເພຍວັດ ກໍ່ສ້າງສຳເລັດແລ້ວ ແລະ ກໍາລັງກຽມພິທີ ມອບຮັບຢ່າງເປັນຢ່າງເປັນທາງການ ໃນໄວໆນີ້, ນີ້ຖືວ່າເປັນການປະກອບສ່ວນສໍາຄັນໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.

ຄຽງຄູ່ກັນນີ້ ຍັງມີຄົນຕ່າງປະເທດຈໍານວນໜຶ່ງລັກລອບເຂົ້າເມືອງແບບຜິດກົດໝາຍ, ປະກອບອາຊີບບໍ່ຖືກຕ້ອງ, ສໍ້ໂກງຊັບ ແລະອື່ນໆ; ເຊິ່ງຕະຫຼອດໄລຍະຜ່ານມາ ປກສ ນວ ໄດ້ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ເພື່ອໃຫ້ປະກົດການຫຍໍ້ທໍ້ຫຼຸດໜ້ອຍລົງ.

ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...