spot_img
Homeຂ່າວຄວາມສະຫງົບຂໍໃຫ້ຈັບຄົນໂຈນໄດ້ໄວໆ ເຫດໂຈນລັກລົດ ເຂດບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ

ຂໍໃຫ້ຈັບຄົນໂຈນໄດ້ໄວໆ ເຫດໂຈນລັກລົດ ເຂດບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ

Published on

ໃນວັນທີ 30 ມີນາ 2023 ເວລາ 21:14 ນາທີ ເກີດເຫດ ໂຈນລັກລົດຈັກໜ້າຮ້ານຂາຍເສື້ອຜ້າ ທີ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຈາກເຫດການດັ່ງກ່າວຜູ້ເສຍຫາຍ ໄດ້ໂພສ ຂໍຄວາມຊ່ວຍເຫຼືອໂດຍມີເນື້ອໃນລະບຸວ່າ: ບໍ່ຄິດວ່າເລື່ອງແບບນີ້ ຊິເກີດກັບໂຕເອງ😭 ໂຈນລັກລົດ ລົດຄັນນີ້ ທີ່ຜ່ອນຕັ້ງແຕ່ມາຢູ່ວຽງໄຫມ່ໆ ລົດຄູ່ຫູຄູ່ໃຈ ລົດທີ່ເລາະສົ່ງເຄື່ອງຕັ້ງແຕ່ຕອນບໍມີຫຍັງ ຜ່ອນຊົ່ວຈະຫມົດເດືອນ5ແສນ ກວ່າຈະໄດ້ມັນບໍແມ່ນງ່າຍສູກະມາລັກໄປນໍ່ ພວກຖ້ອຍພວກສັນດານ ແຊຊ່ວຍແນ່ເດີ້ທຸກຄົນໃຜຮູ້ເບາະແສຫລືຄຸ້ນຄົນໃນຄິບ ຕິດຕໍ່ເບີ 02094222943 ຈະສົມມະນາຄຸນຢ່າງງາມ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...