ຊາຊິມິ ຄື ໜຶ່ງໃນອາຫານຍີ່ປຸ່ນ ທີຄົນຈຳນວນຫລາຍຕ່າງກໍຫລົງໃຫລໃນຄວາມສົດ ແຊບ ໂດຍສຳຫລັບຄົນຍີ່ປຸ່ນ ປາດິບ ຖືວ່າ ເປັນຢາອາຍຸວັດທະນະຂອງຊາວຍີ່ປຸ່ນ ເປັນອາຫານປະຈຳຊາດ ແລະ ຊາວຍີ່ປຸ່ນ ຍັງຖືວ່າເປັນອາຫານພິເສດ ດັ່ງນັ້ນວັດທະນະທຳການກິນ ປາດິບ ຈຶ່ງຕ້ອງມີຄວາມພິຖີພິຖັນ ໃນທຸກຂັ້ນຕອນຂອງລາຍລະອຽດ ເລີ່ມຕັ້ງແຕ່ການລ້ຽງປາ ການຈັບ ການແປຮູບ ການປຸງ ລວມເຖິງລົດຊາດ ແລະ ການຕົກແຕ່ງໜ້າຕາອາຫານ
ສຳຫລັບຄົົນທີ່ຮັກອາຫານຍີ່ປຸ່ນ ໂດຍສະເພາະເມນູທີ່ແຊບຊ້ອຍກໍ່ຄື ຊາຊິມິ ຫລື ປາດິບ ຄົງຮູ້ດີວ່າ ເປັນຫຍັງເຖິງຢືນຢັນໃນສະເໜ່ແບບດິບໆ ຈາກທຳມະຊາດ ເຊິ່ງໃນອີກມຸມຂອງຄົົນທີ່ບໍ່ມັກເລີຍ ກໍບໍ່ອາດເຂົ້າໃຈໄດ້ເລີຍວ່າ ການກິນປາທີ່ບໍ່ຜ່ານການປຸງແຕ່ງ ບໍ່ຜ່ານຄວາມຮ້ອນມັນຈະແຊບໄດ້ແບບໃດ ແລະ ຈະມີປະໂຫຍດຫຍັງໄດ້ ແນ່ນອນວ່າ ອາຫານທຸກເມນູມີສອງດ້ານ ສຳລັບ ປາດິບ ມີດ້ານດີ ຄື ຄວາມແຊບຊ້ອຍ ແລະ ຄຸນປະໂຫຍດຕໍ່ສຸຂະພາບ ແລະ ດ້ານຮ້າຍທີ່ແຝງມາ ກໍມີເຊັ່ນກັນ
ສານອາຫານທີ່ໄດ້ຈາກ ປາດິບ
- ໄຂມັນ: ດ້ວຍຄວາມທີ່ອາຫານດິບຈະເນັ້ນຜັກກັບຫມາກໄມ້ ປະລິມານໄຂມັນທີ່ຮັບຈຶ່ງຢູ່ລະຫວ່າງ 20-35 ສ່ວນຮ້ອຍ ຂອງປະລິມານແຄລໍລີທັງໝົດ ທີ່ຄວນໄດ້ຮັບຈາກໄຂມັນໃນແຕ່ລະມື້ ຂໍ້ດີຄືໄຂມັນເຫລົ່ານີ້ຈະເປັນພວກໄຂມັນບໍ່ອີ່ມໂຕທີ່ດີນໍາອີກ
- ໂປຕີນ: ແມ່ນຈະບໍ່ໄດ້ກິນຊີ້ນສັດຫລວງຫລາຍ ແຕ່ໂປຕີນກໍຍັງຢູ່ໃນລະດັບພໍດີໆ ດ້ວຍຜັກໃບຂຽວ ເມັດພືດ ແລະ ຖົ່ວ
- ຄາລໂບໄຮເດດ: ບໍ່ຫລາຍ ແລະ ບໍ່ໜ້ອຍເກີນໄປ
- ເກືອ: ຕ້ອງແຍກລະຫວ່າງການກິນອາຫານແບບ Raw Food ກັບອາຫານ ຍີ່ປຸ່ນ ໂດຍຢ່າງທໍາອິດນັ້ນຈະພົບວ່າ ການກິນເກືອໜ້ອຍລົງຫລາຍ ແລະ ຢູ່ໃນປະລິມານທີ່ແນະນຳຄື ໂຊດຽມບໍ່ເກີນມື້ລະ 2, 300 ມິລິກຣາມ (ຍົກເວັ້ນຜູ້ສູງອາຍຸ ຜູ້ປ່ວຍຄວາມດັນເລືອດສູງ ເບົາຫວານ ຫລື ພະຍາດຫມາກໄຂ່ຫລັງຊຳເຮື້ອ ເຊິ່ງຈຳກັດໄວ້ບໍ່ເກີນ 1, 500 ມິລິກຣາມ) ໃນທາງກົງກັນຂ້າມການໃຊ້ ໂຊຍຸ ອາດເຮັດໃຫ້ລະດັບໂຊດຽມ ສູງຂຶ້ນໄດ້ງ່າຍໆ
ປາດິບ ມີຜົນກັບພະຍາດເບົາຫວານ
ສິ່ງທີ່ເຮົາຄວນຮູ້ຄື ການມີນ້ຳໜັກໂຕເພີ່ມຫລາຍຂຶ້ນຈາກການໄດ້ຮັບແຄລໍລີ (ບໍ່ວ່າ ແຄລໍລີນັ້ນຈະມາຈາກໃສກໍຕາມ) ຈະເຮັດໃຫ້ລະດັບພາວະການຕ້ານ ອິນຊູອິນ ເພີ່ມຂຶ້ນ ດັ່ງນັ້ນ ໃນທາງກັບກັນ ການຫລຸດນ້ຳໜັກ ແລະ ຮັກສາໃຫ້ຢູ່ໃນລະດັບນັ້ນເອົາໄວ້ ກໍຈະຊ່ວຍຫລຸດຄວາມສ່ຽງເປັນເບົາຫວານໄດ້
ຂໍ້ດີຂອງ ປາດິບ
- ດີຕໍ່ຫົວໃຈ
ໂດຍທົ່ວໄປແລ້ວ ຊູຊິ ຈະໃຫ້ໂປຕີນຄຸນນະພາບດີ ແຕ່ ແຄລໍລີຕ່ຳ ມັນມີໄຂມັນອີ່ມໂຕແລະ ຄໍເລດເຕີລໍ ຢູ່ໜ້ອຍຫລາຍຈຶ່ງດີຕໍ່ຫົວໃຈ ໂດຍສະເພາະຢ່າງຍິ່ງ ແຊວມອນ ເຊິ່ງມີໂອເມກ້າ3 ຢູ່ສູງ ເຊັ່ນດຽວກັບປາທູນ້າ ສ່ວນໂຕ ສາລ່າຍ ຍິ່ງເຕັມໄປດ້ວຍແຮ່ທາດຫລວງຫລາຍ ເຊັ່ນ ໄອໂອດີນ ເຊິ່ງຈຳເປັນຕໍ່ລະບົບຮໍໂມນທີ່ປົກກະຕິ ນອກຈາກນີ້ ການກິນ ປາດິບ ຫລື ຈຳພວກຊູຊິ ຍັງໄດ້ ແມກນີຊຽມ ທາດເຫລັກ ແລະ ໄຟໂຕນິວຊຽນ ທີ່ເປັນສານຕ້ານອານຸມູນອິດສະລະ
- ຊ່ວຍເລື່ອງຂັບຖ່າຍ
ນອກຈາກຊູຊິແລ້ວ ນ້ຳສົ້ມສາຍຊູທີ່ໃຊ້ໃນການເຮັດຊູຊິກໍມີຄຸນສົມບັດຕ້ານແບັກທີເລຍເຊັ່ນກັນ ນີ້ເປັນເຫດຜົນວ່າ ເປັນຫຍັງນ້ຳສົ້ມສາຍຊູຈຶ່ງຖືກໃຊ້ໃນການນໍາອາຫານມາຕັ້ງແຕ່ບູຮານ ມັນຊ່ວຍເລື່ອງການຂັບຖ່າຍ ຫລຸດຄວາມສ່ຽງເປັນຄວາມດັນເລືອດສູງ
ຂໍ້ເສຍຂອງ ປາດິບ
- ແຄລໍລີແຝງມານໍາ
ເພາະເຄື່ອງປຸງສ່ວນໃຫຍ່ຂອງ ຊູຊິ ຈະຖືກມ້ວນ ຫລື ປັ້ນເປັນກ້ອນນ້ອຍໆ ບາງເທື່ອກໍອາດຈະລືມໄປວ່າ ມັນມີແຄລໍລີຫລາຍຂະໜາດໃດ ເຊັ່ນ ຊູຊິທູນ້າອາດມີໜ້ອຍກວ່າ 200 ແຄລໍລີ ແທ້ ແຕ່ຖ້າລວມມາໂຍເນດ ເທມປຸລະ ຫລື ຊອດອື່ນໆ ກໍຈະໄດ້ແຄລໍລີເພີ່ມຂຶ້ນອີກຫລາຍ (ຊອດຖົ່ວເຫລືອງ ມີແຄລໍລີຕ່ຳແທ້ ແຕ່ມີໂຊດຽມສູງ)
- ລະດັບປອດ
ແຫລ່ງນ້ຳເປີດ ເຊັ່ນ ແມ່ນ້ຳ ທະເລສາບ ແລະ ທະເລ ຈະເຮັດໃຫ້ປາປົນເປື້ອນປອດ ສານພິດຕໍ່ລະບົບປະສາດທີ່ເປັນທີ່ຮູ້ຈັກດີ ບັນດາປານັກລ່າໂຕໃຫຍ່ຈະມີລະດັບປອດສູງສຸດ ລວມເຖິງປາທູນ້າທີ່ພົບໃນ ຊູຊິ ດັ່ງນັ້ນ ເດັກນ້ອຍ ແມ່ຍິງມີມົດລູກ ຫລື ຄົົນທີ່ວາງແຜນຈະເອົາລູກຄວນຢູ່ຫ່າງຈາກ ປາດິບ ເຫລົ່ານີ້
ກິນ ປາດິບ ໃຫ້ໄດ້ປະໂຫຍດ ແລະ ປອດໄພ
ປາດິບ ແທ້ໆແລ້ວ ກໍມີທັງຄຸນປະໂຫຍດ ແລະ ໂທດ ຖ້າຫາກມັກກິນປາດິບຫລາຍໆ ກໍຄວນລະວັງໃນສິ່ງຕໍ່ໄປນີ້
- ຊະນິດຂອງປາ
ໂດຍທົ່ວໄປ ປາດິບ ນັ້ນມັກໃຊ້ປາທັງສາຍພັນນ້ຳຈືດ ແລະ ສາຍພັນນ້ຳເຄັມ ສ່ວນຫລາຍ ປາດິບ ທີ່ມາຈາກທະເລ ຈະມີລົດຊາດດີກວ່າ ແລະ ມີຄຸນຄ່າທາງໂພສະນາການ ສູງກວ່າ ປາດິບ ຈາກນ້ຳຈືດ ອີກຢ່າງສາຍພັນນ້ຳຈືດ ອັນຕະລາຍ ແລະ ສ່ຽງຕໍ່ເຊື້ອພະຍາດ ແລະ ພະຍາດຕິດມາເປັນຂອງແຖມຫລາຍກວ່າສາຍພັນນ້ຳເຄັມ ຫລື ປາທີ່ມາຈາກທະເລ
ໂດຍປານ້ຳຈືດອາດມີຂອງແຖມເປັນພະຍາດແມ່ທ້ອງ ພະຍາດໃບໄມ້ໃນຕັບ ສ່ວນນ້ຳເຄັມກໍຫາໄດ້ປອດໄພຈາກພະຍາດຮ້ອຍເປີເຊັນ ເຊິ່ງອາດມີຄວາມສ່ຽງຈາກພະຍາດອາ ນິຊາຄິດ ດັ່ງນັ້ນແລ້ວຢ່າເຊື່ອໝັ້ນໃນຄວາມປອດໄພຈົນເກີນໄປ ກິນໃນປະລິມານທີ່ພໍດີ
- ອຸນຫະພູມໃນການເກັບປາ
ເພື່ອທີ່ຈະໝັ່ນໃຈໄດ້ວ່າ ແມ່ທ້ອງໃນຊີ້ນປາໄດ້ຖືກທຳລາຍ ຄວນເກັບປາທີ່ອຸນຫະພູມ 20 ອົງສາ (-4 ອົງສາຟາເລນໄຮ) ຢ່າງນ້ອຍ 24 ຊົ່ວໂມງ (ຫລື ອາດເກັບທີ່ອຸນຫະພູມຕ່ຳກວ່ານີ້ ຖ້າຕູ້ເຢັນສາມາດປັບໃຫ້ຕ່ຳລົງໄດ້ອີກ) ແລະ ຄວນປຸງອາຫານທີ່ອຸນຫະພູມ -12 ອົງສາ
- ເລືອບ່ອນທີ່ສະອາດ ແລະ ເຊື່ອຖືໄດ້
ຢ່າງທີ່ບອກໄປວ່າ ບໍ່ແມ່ນວ່າ ປາດິບ ທີ່ມາຈາກທະເລຈະບໍ່ມີພະຍາດ ຄວາມຈິງແລ້ວ ປາທຸກຊະນິດ ມີໂອກາດທີ່ຈະມີເຊື້ອພະຍາດປົນມາໄດ້ທັງໝົດ ເພາະສະນັ້ນ ຄວນ ເລືອກກິນ ຈາກຮ້ານທີ່ສະອາດ ແລະ ເຊື່ອຖືໄດ້
- ກິນທັນທີພາຍຫລັງເຮັດ
ຄວນກິນ ຊູຊິ ຊາຊິມິ ພາຍໃນເວລາບໍ່ກາຍ 2 ຊົ່ວໂມງຫລັງຈາກເຮັດສຳເລັດ ເພາະຖ້າຖິ້ມໄວ້ດົນ ຈະເຮັດໃຫ້ເສຍລົດຊາດ ແລະ ຄຸນຄ່າທາງອາຫານເນື່ອງຈາກນ້ຳມັນໃນປາ ຈະລະເຫີຍອອກໄປ ແລະ ຄວນຫລີກລ້ຽງ ຊູຊິ ຊາຊິມິ ທີ່ເຮັດສຳເລັດໄວ້ໃນຕູ້ແຊ່ ເພາະບໍ່ສາມາດລະບຸເວລາໄດ້ແນ່ນອນ ວ່າເລີ່ມເຮັດຕັ້ງແຕ່ຕອນໃດ
- ວິທີສັງເກດຮ້ານເຮັດ ປາດິບ
ຖ້າຕ້ອງຊື້ ຊູຊິ ຊາຊິມິ ທີ່ຮ້ານຄວນສັງເກດ ວ່າ ຄົນຂາຍມີຂັ້ນຕອນການເຮັດ ປາດິບ ທີ່ສະອາດຫລືບໍ່ (ໃສ່ຖົງມືທຸກເທື່ອທີ່ຈັບປາຫລືເປົ່າ ເພື່ອປ້ອງກັນການສ່ຽງຕໍ່ການຕິດເຊື້ອ)
- ຂໍ້ຄວັນລະວັງ
ກຸ່ມຄົົນທີ່ມີຄວາມສ່ຽງໃນການຕິດເຊື້ອ ຈາກການກິນ ປາດິບ ໄດ້ແກ່ ຄົນເຖົ້າ , ເດັກ ນ້ອຍ, ຄົນຖືພາ ແລະ ບຸກຄົນ ທີ່ມີລະບົບ ພູມຄຸ້ມກັນໃນຮ່າງກາຍຕ່ຳ