spot_img
Homeຂ່າວເຫດການ​ເວທີ​ສຳ​ມະ​ນາສາ​ກົນ ສັງຄົມ​ນິຍົມ ຄັ້ງ​ທີ 2 ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງ​ຈັນ

​ເວທີ​ສຳ​ມະ​ນາສາ​ກົນ ສັງຄົມ​ນິຍົມ ຄັ້ງ​ທີ 2 ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ​ວຽງ​ຈັນ

Published on

1-7

 

ໃນຊຸມປີຜ່ານມາການຮ່ວມມືຄົ້ນຄວ້າດ້ານທິດສະດີ, ວິທະຍາສາດສັງຄົມລະຫວ່າງ ສະຖາບັນວິທະຍາສາດ – ສັງຄົມ

ຂອງບັນດາປະເທດທີ່ຢຶດໝັ້ນໃນອຸດົມການ ແລະ ຈຸດໝາຍສັງຄົມນິຍົມໄດ້ມີການ ປະສານສົມທົບກັນແໜ້ນແຟ້ນ

ຍິ່ງຂຶ້ນ.

 

ໃນນີ້ໄດ້ຮ່ວມກັນຈັດຕັ້ງເວທີສຳມະນາສາກົນສັງຄົມນິຍົມຂຶ້ນ ຊຶ່ງໄດ້ດຳເນີນກອງປະຊຸມເປັນຄັ້ງທຳອິດຢູ່ນະຄອນຫຼວງ

ປັກກິ່ງ ແຫ່ງ ສປ ຈີນ ໃນຕົ້ນປີ 2013 ໂດຍສະຖາບັນບັນດິດວິທະຍາສາດສັງຄົມຈີນເປັນເຈົ້າພາບ ແລະ ປີນີ້ ສະຖາບັນ

ວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຮັບກຽດເປັນເຈົ້າພາບຈັດເວທີສຳມະນາສາກົນສັງຄົມນິຍົມຄັ້ງທີ 2 ພາຍ ໃຕ້ຫົວ

ເລື່ອງ: “ສ້າງສັງຄົມສາມັກຄີປອງດອງ ໃນການສ້າງສັງຄົມນິຍົມ”. ເວທີສຳມະນາດັ່ງກ່າວນີ້ ຈັດຂຶ້ນໃນຕອນເຊົ້າວັນ ທີ

26 ພະຈິກນີ້ ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ.

 

ເຂົ້າຮ່ວມມີນັກວິທະຍາສາດ, ນັກຄົ້ນຄວ້າຈາກສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ; ຈາກສະຖາບັນບັນດິດ

ວິທະຍາສາດສັງຄົມຈີນ, ຈາກສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ; ມີຜູ້ຕາງໜ້າຈາກສະຖານທູດບັນດາປະເທດ

ສ.ກູບາ, ສປ ຈີນ ແລະ ສສ ຫວຽດນາມ, ພ້ອມດ້ວຍຕົວແທນບັນດາກະຊວງ, ອົງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມ.

 

ສະຫາຍ ສຈ.ດຣ. ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ເລຂາຄະນະ ພັກ ປະທານສະຖາບັນວິທະຍາສາດສັງຄົມ

ແຫ່ງຊາດ ໄດ້ເຂົ້າຮ່ວມກ່າວເປີດ ແລະ ຊີ້ນຳ ການດຳເນີນກອງປະຊຸມ. ໃນເວທີສຳມະນາສາກົນສັງຄົມນິຍົມຄັ້ງນີ້ ບັນດາ

ນັກວິທະຍາສາດ, ນັກຄົ້ນຄວ້າຈະ ໄດ້ສຸມໃສ່ຄົ້ນຄວ້າສົນທະນາ 3 ຫົວຂໍ້ສຳຄັນດັ່ງນີ້: ໜຶ່ງ, ບັນຫາທິດສະດີ ລວມກ່ຽວກັບ

ຄວາມສາມັກຄີປອງດອງ ແລະ ບົດບາດຂອງຄວາມສາມັກຄີປອງດອງຕໍ່ການພັດທະນາສັງຄົມ ເວົ້າລວມ ແລະ ການສ້າງ

ສັງຄົມນິຍົມເວົ້າສະເພາະ. ສອງ, ບົດຮຽນພຶດຕິກຳຕົວຈິງແຫ່ງການສ້າງສັງຄົມສາມັກຄີປອງດອງຢູ່ແຕ່ລະປະເທດ.

ສາມ,ທິດທາງ ແລະ ວິທີ ການສືບຕໍ່ສ້າງສັງຄົມສາມັກຄີປອງດອງຢູ່ແຕ່ລະປະເທດ.

 

ພາຍໃຕ້ຫົວເລື່ອງທີ່ກ່າວມາຂ້າງເທິງນັ້ນ, ເວທີສຳມະນາສາກົນສັງຄົມນິຍົມຄັ້ງນີ້ມີ 32 ບົດຄົ້ນຄວ້າຂອງນັກວິທະຍາສາດ,

ນັກຄົ້ນຄວ້າ ທັງພາຍ ໃນ ແລະ ຕ່າງປະເທດ ທີ່ນຳສະເໜີຕໍ່ກອງປະຊຸມ ແລະ ແລກປ່ຽນຄວາມເຫັນນຳກັນ. ດ້ວຍເນື້ອໃນ

ທີ່ກ່າວມານີ້, ເວທີສຳມະນາສາກົນສັງຄົມນິຍົມຄັ້ງນີ້ ເປັນເວທີໜຶ່ງທີ່ມີຄວາມໝາຍສຳຄັນຕໍ່ການພັດທະນາສັງຄົມ ເວົ້າ

ລວມ ກໍຄືການສ້າງສັງຄົມນິຍົມເວົ້າສະເພາະ, ຊຶ່ງໃນເວທີສຳມະນາຄັ້ງ ນີ້ບັນດານັກວິທະຍາສາດ ແລະ ນັກຄົ້ນຄວ້າຈະໄດ້

ແລກປ່ຽນທັດສະນະ, ແລກປ່ຽນຄວາມ ເຫັນດ້ານທິດສະດີ ແລະ ບົດຮຽນພຶດຕິກຳກ່ຽວກັບບັນຫາການສ້າງສັງຄົມສາມັກ

ຄີປອງດອງຢູ່ແຕ່ລະປະເທດ, ທັງນີ້ເພື່ອຊອກຮູ້, ຮ່ຳຮຽນຊຶ່ງກັນ ແລະ ກັນ ແລະ ນຳເອົາບົດຮຽນດ້ານທິດສະດີ ແລະ ພຶດຕິ

ກຳ ທີ່ລວບລວມໄດ້ຈາກກອງປະຊຸມໄປໝູນໃຊ້ເຂົ້າໃນພາລະກິດແຫ່ງການສ້າງສັງຄົມນິຍົມຢູ່ແຕ່ລະປະເທດກໍ ຄືເພີ່ມພູນ

ຄູນສ້າງເຮັດໃຫ້ຄັງສາງທິດສະດີກ່ຽວກັບການສ້າງສັງຄົມນິຍົມອຸດົມຮັ່ງມີ, ຖືກລັກສະນະວິທະຍາສາດ ແລະ ແທດຕົວຈິງ

ຍິ່ງຂຶ້ນ ເພື່ອຜົນປະໂຫຍດລວມແຫ່ງພາລະກິດການສ້າງສັງຄົມນິຍົມຢູ່ແຕ່ລະປະເທດກໍຄືຢູ່ໃນໂລກ.

 

​ແຫລ່ງຂ່າວ: ໜັງສື​ພິມ​ປະຊາຊົນ

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...