Homeຂ່າວຕ່າງປະເທດປະກາດ ຍຸບສະພາຜູ້ແທນລາຊະດອນ!

ປະກາດ ຍຸບສະພາຜູ້ແທນລາຊະດອນ!

Published on

ອີງຕາມ ເວັບໄຊ້ ຣາຊກິດຈານຸເບກສາ ໃນວັນທີ 20 ມີນາ 2023 ໄດ້ແຈ້ງຍຸບສະພາຜູ້ແທນ ລາຊະດອນ ປີ 2023.

ນາຍົກລັດຖະມົນຕີໄດ້ສະເໜີຕາມ ທີ່ສະພາຜູ້ແທນລາຊະດອນໄດ້ປະຕິບັດໜ້າທີ່ຕັ້ງແຕ່ ປີ 2019 ແລະ ໄດ້ປິດສະໄໝປະຊຸມສາມັນປີທີສີ່ ອັນເປັນປີສຸດທ້າຍຂອງອາຍຸ ສະພາຜູ້ແທນລາຊິດອນແລ້ວ ເພື່ອຈັດໃຫ້ມີການເລືອກຕັ້ງ ສະມາຊິກສະພາຜູ້ແທນ ລາຊະດອນໃໝ່ເປັນການເລືອກຕັ້ງທົ່ວໄປ ຕາມບົດບັນຍັດລັັດຖະທຳມະນູນ ແຫ່ງຣາຊອານາຈັກໄທ ຄືການຄືນອຳນາດການຕັດສິນໃຈທາງການເມືອງ ໃຫ້ແກ່ປະຊາຊົນໂດຍໄວ.

ອາໄສອຳນາດຕາມຄວາມໃນມາດຕາ 103 ແລະ ມາດຕາ 175 ຂອງລັດຖະທຳມະນູນແຫ່ງຣາຊະອານາຈັກໄທ ໂດຍມີຜົນດັ່ງຕໍ່ໄປນີ້:

ມາດຕາ 1 ແຈ້ງການສະບັບນີ້ ເອີ້ນວ່າ: ແຈ້ງການຍຸບສະພາຜູ້ແທນລາຊະດອນ ປີ 2023

ມາດຕາ 2 ແຈ້ງການນີ້ໃຫ້ໃຊ້ບັຄັບຕັ້ງແຕ່ມື້ປະກາດໃນຣາຊກິດຈານຸເບກສາເປັນຕົ້ນໄປ

ມາດຕາ 3 ໃກ້ຍຸບສະພາຜູ້ແທນລາຊະດອນເພື່ອໃຫ້ມີການເລືອກຕັ້ງສະມາຊິກຜູ້ແທນລາຊະດອນໃໝ່ ເປັນການເລືອກຕັ້ງທົ່ວໄປ

ມາດຕາ 4 ໃຫ້ມີການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນເປັນການທົ່ວໄປໃນວັນທີ່ ຄະນະກຳມະການ ເລືອກຕັ້ງປະກາດກຳນົດ ເຊິ່ງຕ້ອງບໍ່ໜ້ອຍກວ່າ 45 ມື້ແຕ່ບໍ່ເກີນ 60 ມື້ນັບຕັ້ງແຕ່ແຈ້ງການນີ້ໃຊ້ບັງຄັບ

ມາດຕາ 5 ໃຫ້ປະທານກຳມະການເລືອກຕັ້ງຮັກສາການຕາມແຈ້ງການນີ້

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...